• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພາບ ເອີລົບ ໃຫ້ຂຶ້ນສູ່ລະດັບສູງໃໝ່

ຫວຽດນາມ ກໍ່ພ້ອມແລ້ວທີ່ຈະສືບຕໍ່ເສີມຂະຫຍາຍມີບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການພົວພັນ ອາຊຽນ - ອີຢູໃຫ້ພັດທະນາຢ່າງເລິກເຊິ່ງ ແລະ ແທ້ຈິງກວ່າເກົ່າ.
  ທ່ານ ເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພົບປະກັບທ່ານນາງ Kaja Kallas ຮອງປະທານຄະນະກຳມະການ ເອີລົບ (ພາບ: VNA)  

ໃນວັນທີ 21 ຕຸລາ, ​ທີ່ການພົບປະກັບທ່ານນາງ Kaja Kallas ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ເອີລົບ, ຜູ້ຕາງໜ້າຂັ້ນສູງຂອງສະຫະພາບ ເອີລົບ (ອີ​ຢູ) ຮັບຜິດຊອບນະໂຍບາຍການ​ຕ່າງ​ປະ​ເທດ ແລະ ຄວາມໝັ້ນຄົງ, ຢູ່ ບຣຸກແຊນ, ແບນຊິກ, ໃນຂອບເຂດການຢ້ຽມຢາມ ເອີ​ລົບ ຢ່າງເປັນທາງການ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະທານປະເທດ ໂຕເລີມ, ທ່ານ ເລຮວ່າຍຈຸງ ລັດຖະມົນຕີການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້ເນັ້ນໜັກວ່າ ການຢ້ຽມຢາມມີຄວາມໝາຍປະຫວັດສາດ, ສະ​ແດງ​ໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງທີ່​ນັບ​ມື້​ນັບເລິກເຊິ່ງ ແລະ ​ບັນ​ດາຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງຂອງທັງສອງຝ່າຍ ໃນການພັດທະນາການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດນາມ ແລະ ສະຫະພາບ ເອີລົບ ໃຫ້ພັດ​ທະ​ນາຂຶ້ນ​ສູ່ລະດັບ​ສູງໃໝ່, ​ຕາມ​ທິດທີ່ແທ້ຈິງ ແລະ ມີປະສິດທິຜົນ. ຫວຽດນາມ ກໍ່ພ້ອມແລ້ວທີ່ຈະສືບຕໍ່​ເສີມ​ຂະ​ຫຍາຍມີບົດບາດ​ເປັນ​ຂົວເຊື່ອມຕໍ່, ຊຸກຍູ້​ການພົວພັນ ອາຊຽນ - ອີ​ຢ​ູໃຫ້ພັດທະນາຢ່າງເລິກເຊິ່ງ ແລະ ແທ້ຈິງກວ່າເກົ່າ.

ສ່ວນທ່ານນາງ Kaja Kallas, ຜູ້ຕາງໜ້າຂັ້ນສູງຂອງ ​ອີ​ຢູ ຢືນຢັນວ່າ ​ອີ​ຢູ ​ຖືພົວພັນກັບ ຫວຽດນາມ ເປັນ​ສຳ​ຄັນ, ເຊິ່ງເປັນຄູ່ຮ່ວມມືບຸລິມະສິດຂອງ ​ອີ​ຢູ ​ຢູ່ພາກພື້ນ ມະ​ຫາ​ສະ​ໝຸດ ອິນ​ເດຍ - ປາຊີຟິກ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top