• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ວິ​ສາ​ຫະ​ກິດບ​ຣາ​ຊິນ ຈຳ​ນວນ​ໜຶ່ງ

ທ່ານນາຍົກລັດຖະມົນຕີປາດຖະໜາໃຫ້ບັນດາວິສາຫະກິດບຣາຊິນ, ໃນນັ້ນມີ ກຸ່ມບໍລິສັດ JBS ຈະສືບຕໍ່ເອົາໃຈໃສ່, ເປີດກວ້າງການຮ່ວມມືລົງທຶນດຳເນີນທຸລະກິດຢູ່ຕະຫຼາດ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Renato Costa ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ JBS (ພາບ: TTXVN)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ ແລະ ປະຕິບັດບັນດາການເຄື່ອນໄຫວສອງຝ່າຍຢູ່ ບຣາຊິນ, ວັນທີ 6 ກໍລະກົດ, ຢູ່ນະຄອນ Rio de Janeiro, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Renato Costa ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ JBS (Brazil). JBS ແມ່ນກຸ່ມບໍລິສັດແຖວໜ້າໂລກໃນຂົງເຂດປຸງແຕ່ງທັນຍາຫານ, ມີສຳນັກງານໃຫຍ່ຕັ້ງຢູ່ ບຣາຊິນ ແລະ ຫ້ອງການຕາງໜ້າຢູ່ 24 ປະເທດ ແລະ ເຂດແຄ້ວນ.

ທ່ານນາຍົກລັດຖະມົນຕີປາດຖະໜາໃຫ້ບັນດາວິສາຫະກິດບຣາຊິນ, ໃນນັ້ນມີ ກຸ່ມບໍລິສັດ JBS ຈະສືບຕໍ່ເອົາໃຈໃສ່, ເປີດກວ້າງການຮ່ວມມືລົງທຶນດຳເນີນທຸລະກິດຢູ່ຕະຫຼາດ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ພວມຍູ້ແຮງການຄ້າລະຫວ່າງສອງປະເທດ, ສຳລັບການເຈລະຈາສັນຍາການຄ້າເສລີ (FTA) ຫວຽດນາມ ແລະ ກຸ່ມຕະຫຼາດຮ່ວມ ອາເມລິກາໃຕ້ (MERCOSUR) ໃນ 6 ເດືອນທ້າຍປີ 2025.

 ແລະກໍ່ໃນວັນທີ 6 ກໍລະກົດ, ຢູ່ນະຄອນ Rio de Janeiro, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານ Daniel Lopes ຮອງປະທານບໍລິສັດ FS ແລະ ທ່ານ Jose Serrador Neto ຮອງປະທານທົ່ວໂລກ, ການພົວພັນຕ່າງປະເທດ ກຸ່ມບໍລິສັດ Embraer.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top