• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ສ້າງ​ຂະ​ແໜງ​ການ​ຕ່າງ​ປະ​ເທດ ຮອບ​ດ້ານ, ທັນ​ສະ​ໄໝ, ເປັນ​ມື​ອາ​ຊີບ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຊີ້​ນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຈັດ​ຕັ້ງ​ບັນ​ດາ​ໂຄງ​ການ​ການ​ທູດ​ຂອງ​ການ​ນຳ​ຂັ້ນ​ສູງ​ເປັນ​ຢ່າງ​ດີ, ຕ້ອງ​ຕັ້ງ​ໜ້າ​, ເປັນ​ເຈົ້າ​ການກວ່າ​ອີກ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ ກ່າວ​ຄຳ​ເຫັນ​ທີ່ກ​ານ​ເຮັດ​ວຽກ (ພາບ: VOV)  
ຕອນ​ເຊົ້າ​ວັນ​ທີ 11 ພຶດ​ສະ​ພາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ ​ການ​ເຮັດ​ວຽກ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ, ປະ​ຕິ​ບັດ​ໜ້າ​ທີ່​ໃນ​ໄລ​ຍະ​ຜ່ານ​ມາ, ທິດ​ທາງ, ໜ້າ​ທີ່​ຈຸດ​ສຸມ, ຮີບ​ດ່ວນ, ຍຸດ​ທະ​ສາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ສະຫຼຸບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຊີ້​ນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຈັດ​ຕັ້ງ​ບັນ​ດາ​ໂຄງ​ການ​ການ​ທູດ​ຂອງ​ການ​ນຳ​ຂັ້ນ​ສູງ​ເປັນ​ຢ່າງ​ດີ, ຕ້ອງ​ຕັ້ງ​ໜ້າ​, ເປັນ​ເຈົ້າ​ການກວ່າ​ອີກ, ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ເປັນ​ເສ​ນາ​ທິ​ການ​ໃຫຍ່, ສະ​ເໜີ, ສ້າງ​ແຜນ​ການ; ປ່ຽນ​ແປງ​ໃໝ່​ຢ່າງ​ຮອບ​ດ້ານ, ຢ່າງ​ແຮງ​​ທັງ​ເນື້ອ​ໃນ ແລະ ຮູບ​ແບບ​ການ​ຈັດ​ຕັ້ງ​ຕາມ​ທິດ​ປະ​ຢັດ, ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ, ເປັນ​ເສ​ນາ​ທິ​ການ, ຕີ​ລາ​ຄາ​ຄາດ​ຄະ​ເນ​ສະ​ພາບ​ການ​ໃນ​ໂລກ ແລະ ພາ​ກ​ພື້ນ, ປັບ​ປຸງ​ຍຸດ​ທະ​ສາດ, ນະ​ໂຍ​ບາຍ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມືໃຫຍ່, ສຳ​ຄັນ​ເພື່ອ​ສະ​ໜອງ​ຂໍ້​ມູນ, ເປັນ​ເສ​ນາ​ທິ​ການ, ມີ​ຂໍ້​ສະ​ເໜີ​ຢ່າງ​ທັນ​ການ ຕໍ່​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ, ມາດ​ຕະ​ການ, ກໍ​ລະ​ນີ​ຮັບ​ມື​ບໍ່​ປະ​ໃຫ້​ຕົກ​ຢູ່​ທ່າ​ຮັບ, ແນ​ໃສ່​ສະ​ກັດ​ກັ້ນ​ຈາກ​ໄກໂດຍ​ໄວ ບັນ​ດາ​ຄວາມ​ສ່ຽງ​ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ໝັ້ນ​ຄົງ, ການ​ປ້ອງ​ກັນ​ຊາດ, ການ​ພັດ​ທະ​ນາ​ປະ​ເທດ​ຊາດ.

(ແຫຼ່ງຄັດຈາກ VOV)

ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ

ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ - ຂະ​ແໜງ​ໂຄ​ສະ​ນາ​ອົ​ບ​ຮົມ ກອງ​ທັບ (11/5/1946 - 11/5/2026) ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ພຶດ​ສ​ະ​ພາ, ຢູ່​ຮ່າ​ໂນ້ຍ.

Top