ກອງປະຊຸມໃຫຍ່ໄດ້ດຳເນີນວາລະກະກຽມດ້ວຍການເຂົ້າຮ່ວມຂອງຜູ້ແທນຕາງໜ້າໃຫ້ແກ່ປະຊາຊົນທຸກຊັ້ນວັນນະ, ບັນດາຊົນເຜົ່າ, ສາສະໜາ ໃນນັ້ນມີ ຜູ້ແທນ18 ຄົນ ແມ່ນຊາວຫວຽດນາມອາໄສຢູ່ຕ່າງປະເທດ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 – 2031 ໄດ້ດຳເນີນຢູ່ຫໍປະຊຸມແຫ່ງຊາດ (ພາບ: TTXVN)
ຕອນເຊົ້າວັນທີ 11 ພຶດສະພາ, ຢູ່ນະຄອນຫຼວງຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 – 2031 ໄດ້ດຳເນີນບັນດາການເຄື່ອນໄຫວທຳອິດໃນບັນຍາຍາດຢ່າງສົມກຽດ ແລະ ເຕັມໄປດ້ວຍຄວາມເອກອ້າງທະນົບໃຈຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.
ໃນຕອນບ່າຍວັນດຽວກັນ, ຢູ່ຫໍປະຊຸມແຫ່ງຊາດ, ກອງປະຊຸມໃຫຍ່ໄດ້ດຳເນີນວາລະກະກຽມດ້ວຍການເຂົ້າຮ່ວມຂອງຜູ້ແທນຕາງໜ້າໃຫ້ແກ່ປະຊາຊົນທຸກຊັ້ນວັນນະ, ບັນດາຊົນເຜົ່າ, ສາສະໜາ ໃນນັ້ນມີ ຜູ້ແທນ18 ຄົນ ແມ່ນຊາວຫວຽດນາມອາໄສຢູ່ຕ່າງປະເທດ. ນະທີ່ນີ້, ບັນດາຜູ້ແທນໄດ້ປຶກສາຫາລື ເລືອກຕັ້ງຄະນະປະທານ ແລະ ຄະນະເລຂານຸການຂອງກອງປະຊຸມໃຫຍ່. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ໃນວັນເຮັດວຽກທຳອິດ, ບັນດາຜູ້ແທນໄດ້ປຶກສາຫາລືຢ່າງຟົດຟື້ນຢູ່ 5 ສູນປຶກສາຫາລືກ່ຽວກັບບັນດາເນື້ອໃນຈຸດສຸມໃນອາຍຸການໃຫຍ່. ດ້ວຍຫົວຂໍ້ລຸລ່ວງ ແມ່ນ “ຍົກສູງບົດບາດຫຼັກແຫຼ່ງດ້ານການເມືອງຂອງແນວໂຮມປະເທດຊາດ ຫວຽດນາມ ໃນການເສີມຂະຫຍາຍປະຊາທິປະໄຕ, ມູນເຊື້ອຮັກຊາດ, ກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງປະເທດຊາດພັດທະນາໃຫ້ຮັ່ງມີເຂັ້ມແຂງ, ຈະເລີນສີວິໄລ, ຜາສຸກ” ບັນດາສູນປຶກສາຫາລືໄດ້ກາຍເປັນເວທີປາໄສປະຊາທິປາໄຕ, ເຕົ້າໂຮມພູມປັນຍາຂອງທົ່ວປວງຊົນ.
ດ້ວຍຄວາມເຫັນດີຢູ່ລະດັບສູງ, ບັນດາການເຄື່ອນໄຫວໃນວັນເຮັດວຽກທຳອິດໄດ້ສ້າງປະຖົມປັດໄຈສຳຄັນໃຫ້ແກ່ວາລະໄຂຢ່າງເປັນທາງການທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 12 ພຶດສະພາ. ດ້ວຍການກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ຈິດໃຈຄວາມຮັບຜິດຊອບ, ກອງປະຊຸມໃຫຍ່ຄັ້ງທີ XI ໝັ້ນໝາຍຈະກາຍເປັນຂີດໝາຍສຳຄັນ, ສະແດງໃຫ້ເຫັນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະພັດທະນາໃໝ່.
(ແຫຼ່ງຄັດຈາກ VOV)