• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ ຢັ້ງ​ຢືນ​ຢຶດ​ໝັ້ນ​ຕໍ່​ວິ​ທີ​ການ​ສຳ​ຜັດ ຖື​ມະ​ນຸດ​ເປັນ​ໃຈ​ກາງ ໃນ​ການ​ຄຸ້ມ​ຄອງ​ການ​ອົບ​ພະ​ຍົບ

ຫວຽດ​ນາມ ຢັ້ງ​ຢືນ​ຂໍ້​ຕົກ​ລົງ GCM ສືບ​ຕໍ່​ແມ່ນ​ຂອບ​ເຂດ​ສຳ​ຄັນ​ຊຸກ​ຍູ້​ການ​​ສົນ​ທະ​ນາ ແລະ ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ ກ່ຽວ​ກັບ​ການ​ອົບ​ພະ​ຍົບ, ເໝາະ​ສົມ​ກັບ​ເງື່ອນ​ໄຂ ແລະ ບຸ​ລິ​ມະ​ສິດ​ຂອງ​ແຕ່​ລະ​ປະ​ເທດ.
ເວທີປາໄສສຳຫຼວດກວດກາການອົບພະຍົບ ສາກົນ ຄັ້ງທີ 2 (ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ)
ເວ​ທີ​ປາ​ໄສ​ສຳຫຼວດກວດ​ກາ​ການ​ອົບ​ພະ​ຍົບ ສາ​ກົນ ຄັ້ງ​ທີ 2 ໄດ້​ດຳ​ເນີນ​ຫວ່າງ​ແລ້ວ​ນີ້ ຢູ່​ສຳ​ນັກ​ງານ ສ​ປ​ຊ, ນະ​ຄອນ ນິວຢອກ, ອາ​ເມ​ລິ​ກາ ໃນ​ສະ​ພາບ​ການ​ອົບ​ພະ​ຍົບ​ສາ​ກົນ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ສັບ​ສົນຫຼາຍ​ຢ່າງ. ເຫດ​ການ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ເກືອບ 130 ປະ​ເທດ, ຫຼາຍ​ອົງ​ການ​ຈັ​ດ​ຕັ້ງ​ສາ​ກົນ ແລະ ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ. ກ່າວ​ຄຳ​ເຫັນ​ທີ່ວ​າ​ລະ​ປຶກ​ສາ​ຫາ​ລື​ລວມ, ຜູ້​ຕາງ​ໜ້າ ຫວຽດ​ນາມ, ທ່ານນາງ ຟານ​ທິ​ມິງ​ຢາງ ຮອງ​ຫົວ​ໜ້າ​ກົມ​ກົງ​ສູນ ໃຫ້​ຂໍ້​ສັງ​ເກດ​ວ່າ ສະ​ພາບ​ການ​ອົບ​ພະ​ຍົບ​ທົ່ວ​ໂລກ​ພວມ​ສືບ​ຕໍ່​ດຳ​ເນີນ​ຢ່າງ​ສັບ​ສົນ. ໃນ​ສະ​ພາບ​ການ​ນັ້ນ, ຫວຽດ​ນາມ ຢັ້ງ​ຢືນ​ຂໍ້​ຕົກ​ລົງ GCM ສືບ​ຕໍ່​ແມ່ນ​ຂອບ​ເຂດ​ສຳ​ຄັນ​ຊຸກ​ຍູ້​ການ​​ສົນ​ທະ​ນາ ແລະ ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ ກ່ຽວ​ກັບ​ການ​ອົບ​ພະ​ຍົບ, ເໝາະ​ສົມ​ກັບ​ເງື່ອນ​ໄຂ ແລະ ບຸ​ລິ​ມະ​ສິດ​ຂອງ​ແຕ່​ລະ​ປະ​ເທດ. ທ່ານ​ນາງ​ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຢຶດ​ໝັ້ນ​ຕໍ່​ວິ​ທີ​ການ​ສຳ​ຜັດ ດຸ່ນ​ດ່ຽງ, ຖື​ມະ​ນຸດ​ເປັນ​ໃຈ​ກາງ ໃນ​ການ​ຄຸ້ມ​ຄອງ​ການ​ອົບ​ພະ​ຍົບ, ທ່ານ​ນາງ ຟານ​ທິ​ມິງ​ຢາງ ໃຫ້​ຮູ້​ວ່າ ຫວຽດນາມ ຕັ້ງ​ໜ້າ​ປະ​ຕິ​ບັດ​ແຜນ​ການ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ GCM ປະ​ກາດ​ໃຊ້​ໃນ​ປີ 2020, ພົ້ນ​ເດັ່ນ​ແມ່ນ ການ​ສືບ​ຕໍ່​ສ້າງ​ນະ​ໂຍ​ບາຍ, ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ, ຊຸກ​ຍູ້​ການ​ຄັດ​ເລືອກ​ການ​ອົບ​ພະ​ຍົບ​ທີ່​ຖືກ​ຕ້ອງ​ກົດ​ໝາຍ, ປອດ​ໄພ​ຜ່ານ​ການ​ຮ່ວມ​ມ​ື​ແຮງ​ງານ​ສອງ​ຝ່າຍ, ຮັບ​ສະ​ໝັກ​ທີ່​ມີ​ຄວາມ​ຍຸ​ຕິ​ທຳ ແລະ ຫຼຸດ​ຜ່ອນ​ຄ່າ​ທຳ​ນຽ​ມ​ໃນ​ການ​ອົບ​ພະ​ຍົບ, ພ້ອມ​ທັງ​ຍູ້​ແຮງ​ການ​ຫັນ​ເປັນ​ດີ​ຈີ​ຕອນ ໃນ​ການ​ຄຸ້ມ​ຄອງ​ການ​ອົບ​ພະ​ຍ​ົບ.

(ແຫຼ່ງຄັດຈາກ VOV)

ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ

ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ - ຂະ​ແໜງ​ໂຄ​ສະ​ນາ​ອົ​ບ​ຮົມ ກອງ​ທັບ (11/5/1946 - 11/5/2026) ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ພຶດ​ສ​ະ​ພາ, ຢູ່​ຮ່າ​ໂນ້ຍ.

Top