ຫວຽດນາມໃນປັດຈຸບັນ, ດ້ວຍຖານະບົດບາດ ແລະ ຄວາມສາມາດໃໝ່, ຍາມໃດກໍ່ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບປະກອບສ່ວນເຂົ້າໃນບັນດາບັນຫາລວມຂອງມວນມະນຸດ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊົມເຊີຍຄະນະປະຕິບັດງານຂອງກອງທັບປະຊາຊົນ ຫວຽດນາມ ແລະ ຕຳຫຼວດປະຊາຊົນ ຫວຽດນາມ ທີ່ໄດ້ຊ່ວຍເຫຼືອ ເວເນຊູເອລາໃນການແກ້ໄຂບັນຫາຜົນສະທ້ອນຈາກແຜ່ນດິນໄຫວ. ພາບ: VNA
ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ເຂົ້າຮ່ວມພິທີເຊີດຊູ, ຍ້ອງຍໍມອບລາງວັນໃຫ້ຄະນະປະຕິບັດງານກອງທັບປະຊາຊົນ, ຕຳຫຼວດປະຊາຊົນເຂົ້າຮ່ວມການໜູນຊ່ວຍໃນເຫດແຜ່ນດິນໄຫວຢູ່ເວເນຊູເອລາ, ໄດ້ປະຕິບັດສຳເລັດໜ້າທີ່ກັບເມືອປະເທດ.
ທ່ານນາຍົກລັດຖະມົນຕີ ເຊີດຊູຄະນະປະຕິບັດງານ, ຢັ້ງຢືນ ຫວຽດນາມໃນປັດຈຸບັນ, ດ້ວຍຖານະບົດບາດ ແລະ ຄວາມສາມາດໃໝ່, ຍາມໃດກໍ່ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບປະກອບສ່ວນເຂົ້າໃນບັນດາບັນຫາລວມຂອງມວນມະນຸດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໄພພິບັດຜ່ານໄປແລ້ວ, ແຕ່ຂີດໝາຍກ່ຽວກັບນັກຮົບກູ້ໄພກູ້ຊີບທີ່ກ້າຫານ, ເປັນມືອາຊີບ ແລະ ເຕັມໄປດ້ວຍນ້ຳໃຈຄວາມຮັກແພງຂອງ ຫວຽດນາມ ຍາມໃດກໍ່ຢູ່ໃນດວງໃຈຂອງປະຊາຊົນ ເວເນຊູເອລາ ແລະ ເພື່ອນມິດສາກົນ, ພິສູດໃຫ້ເຫັນ ຫວຽດນາມ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄຸນນະທາດ ແລະ ຍາມໃດກໍ່ມີຄວາມຮັບຜິດຊອບ ຕໍ່ປະຊາຄົມ. ທ່ານໃຫ້ຮູ້ວ່າ:
ກຳລັງແຮງຂອງປະເທດຊາດບໍ່ພຽງແຕ່ຖືກວັດແທກດ້ວຍຂອບຂະໜາດເສດຖະກິດ, ຄວາມສາມາດດ້ານປ້ອງກັນຊາດ, ລະດັບເຕັກໂນໂລຢີເທົ່ານັ້ນ ຫາກຍັງໄດ້ວັດແທກດ້ວຍກຳລັງຄວາມສາມາດໃນການແບ່ງປັນຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ. ພວກເຮົາຕ້ອງສ້າງຫວຽດນາມໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແຕ່ເຕັມໄປດ້ວຍນ້ຳໃຈຄວາມຮັກແພງ, ມີຄຸນນະທາດ ແຕ່ປ່ອງດອງ, ພັດທະນາ ມີຄວາມຮັບຜິດຊອບ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ແຕ່ຍັງຮັກສາສີສັນຊາດຢ່າງໝັ້ນແກ່ນ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 11 ກໍລະກົດ, ຄະນະກຳລັງໜູນຊ່ວຍກູ້ໄພກູ້ຊີບຂອງ ກອງທັບປະຊາຊົນ ຫວຽດນາມ ແລະ ຕຳຫຼວດປະຊາຊົນ ຫວຽດນາມໄດ້ກັບເມືອປະເທດຢ່າງປອດໄພ, ປະຕິບັດສຳເລັດພາລະກິດມະນຸດສະທຳໜູນຊ່ວຍເວເນຊູເອລາ ແກ້ໄຂຜົນຕາມມາຈາກເຫດແຜນດິນໄຫວທີ່ເກີດຂຶ້ນໃນວັນທີ 24 ມິຖຸນາຢ່າງຈົບງາມ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວຮັບມືກັບວິນາດຕະກຳທົ່ວໂລກ. ຄະນະກູ້ໄພກູ້ຊີບ ຫວຽດນາມ ເຂົ້າຮ່ວມການແກ້ໄຂຜົນຕາມມາຈາກເຫດແຜ່ນດິນໄຫວຢູ່ ເວເນຊູເອລາ ມີ 124 ຄົນ, ລວມມີກຳລັງທະຫານ ແລະ ຕຳຫຼວດ. ນັບແຕ່ວັນທີ 29 ມິຖຸນາ ຫາວັນທີ 6 ກໍລະກົດ, ຄະນະໄດ້ຈັດຕັ້ງການຊອກຫາ ແລະ ມອບຊາກສົບຜູ້ປະສົບເຄາະຮ້າຍ 57 ອັດຖິໃຫ້ແກ່ຄອບຄົວ ແລະ ອຳນາດການປົກຄອງປະຈຳຖິ່ນ, ພ້ອມທັງທີ່ສະຖານທີ່ເກີດເຫດມີໄດ້ສ້າງສຸກສາລາ 1 ແຫ່ງເພື່ອກວດປິ່ນປົວພະຍາດ, ແຈກຢາຍຢຸກຢາໃຫ້ແກ່ປະຊາຊົນ ແລະ ກຳລັງກູ້ໄພກູ້ຊີບບັນດາປະເທດ.
(ແຫຼ໋ງຄັດຈາກ VOV)