• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຮຽກ​ຮ້ອງ​ການ​ແຂ່ງ​ຂັນ​ຕ້ອນ​ເລີ່ມ​ມາ​ຈາກ​ ລົມ​ຫາຍ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ, ຖື​ຜະ​ລິດ​ຕະ​ພັນ​ສົ້ນ​ອອກ​ເປັນ​ໄມ້​ວັດ

ຢູ່ກ​ອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ ຈິດ​ໃຈ​ແຂ່ງ​ຂັນ​ຕ້ອງ​ເລີ່ມ​ມາຈາກ ລົມ​ຫາຍ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ”, ຖື​ຜະ​ລິດ​ຕະ​ພັນ​ແມ່ນ​ໄມ້​ວັດ​ແທກ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ປະ​ທານ​ສະ​ພາ​ແຂ່ງ​ຂັນມອບ​ລາງວັນສູນ​ກາງ ເປັນ​ປະ​ທານກອງ​ປະ​ຊຸມ (ພາບ: VNA)

ຕອນ​ບ່າຍ​ວັນ​ທີ 6 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ (ຮ່າ​ໂນ້ຍ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ປະ​ທານ​ສະ​ພາ​ແຂ່ງ​ຂັນມອບ​ລາງວັນ ສູນ​ກາງ​ໄດ້​ເປັນ​ປະ​ທານກອງ​ປ​ະ​ຊຸມ​ຄັ້ງ​ທີ 2, ສະຫຼຸບ​ເບື້ອງ​ຕົ້ນ​ໜ້າ​ທີ່​ປະ​ຕິ​ບັດ​ການ​ແຂ່ງ​ຂັນ, ມອບ​ລາງວັນ 6 ເດືອນ​ຕົ້ນ​ປີ 2026, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ຈຸດ​ສຸມ 6 ເດືອນ​ທ້າຍ​ປີ 2026.

ຢູ່ກ​ອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ ຈິດ​ໃຈ​ແຂ່ງ​ຂັນ​ຕ້ອງ​ເລີ່ມ​ມາຈາກ ລົມ​ຫາຍ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ”, ຖື​ຜະ​ລິດ​ຕະ​ພັນ​ແມ່ນ​ໄມ້​ວັດ​ແທກ. ການ​ແຂ່ງ​ຂັນ​ບໍ່​ສາ​ມາດ​ແມ່ນ​ບັນ​ດາ​ຂະ​ບວນ​ການ​ທີ່​ມີ​ລັກ​ສະ​ນະ​ຮູບ​ແບບ, ເກັ່ງ​ໃຈ ຫຼື ເພື່ອ​ຜົນ​ງານ, ຫາກ​ຍັງ​ຕ້ອງ​ຕິດ​ແທດ​ກັບ​ໝາກ​ຜົນ​ສຸດ​ທ້າຍ​ແມ່ນ​ ​ປະ​ກອບ​ສ່ວນຫຍັງ​ແດ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ໃຫ້​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຊີ​ວິດ​ຂອງ​ປະ​ຊາ​ຊົນ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຮຽກ​ຮ້ອງ​ຕ້ອງ​ປະ​ຕິ​ຮູບ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ​ໃນ​ວຽກ​ງານ​ແຂ່ງ​ຂັນ, ​ມອບລາງວັນ​ຢ່າງ​ຂ້ຽວ​ຂາດ.

ປະ​ຕິ​ຮູບ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ​ໃນ​ວຽກ​ງານ​ແຂ່ງ​ຂັນ​​ມອບ​ລາງວັນ. ​ຍູ້​ແຮງ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ, ເປັນ​ຕົ້ນ​ແມ່ນ​ປັບ​ປຸງວິ​ທີ​ການ​ຕີ​ລາ​ຄາ​ການ​ແຂ່ງ​ຂັນ, ໃຫ້​ຄະ​ແນນ​ຕ້ອ​ງ​ອີງ​ຕາມ​ຂໍ້​ມູນ​ຕົວ​ຈິງ ແລະ ຕາມ​ຂັ້ນ​ຕອນ​ພາ​ວະ​ວິ​ໄສ, ໂປ່ງ​ໃສ. ຫຼຸດ​ຜ່ອນ​ຢ່າງ​ສຸດ​ຂີດ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ ແລະ ເອ​ກະ​ສານ​ເຈຍ​ໃຫ້​ແກ່​ຂັ້ນ​ຮາກ​ຖານ. ວິ​ວັດ​ການ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຮັບ​ປະ​ກັນ​ຖືກ​ຕ້ອງ, ຊັດ​ເຈັນ, ຖືກ​ກັບ​ເປົ້າ​ໝາຍ ແລະ ລວມ​ສຸມ​ໃຫ້​ແກ່​ຂັ້ນ​ຮາກ​ຖານ ເຊິ່ງ​ແມ່​ນ​ຜູ້​ຄົນ​ປະ​ກອ​ບ​ສ່ວນ​ໂດຍ​ກົງ​ເຂົ້າ​ຜະ​ລິດ​ຕະ​ພັນ​ສຸດ​ທ້າຍ​ໃຫ້​ມີ​ໝາກ​ຜົນ.

(ແຫຼ໋ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ລຶກ​ຂອງ​ສະ​ພາ​ແຫ່ງ​ຊາດ ລາວ ຊຸດ​ທີ X

ໄຂ​ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ລຶກ​ຂອງ​ສະ​ພາ​ແຫ່ງ​ຊາດ ລາວ ຊຸດ​ທີ X

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ ສະ​ເໜີ​ບັນ​ດາ​ຜູ້​ແທນ​ຕ້ອງ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ, ສຸມ​ໃສ່​ຄົ້ນ​ຄ້​ວາ​ບັນ​ດາ​ເນື້ອ​ໃນ​ຂອງກອງ​ປະ​ຊຸມ​ຢ່າ​ງ​ລະ​ອຽດ

Top