• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ໄທ ໂອ້ລົມທາງໂທລະສັບກັບປະທານາທິບໍດີ ຝລັ່ງ

ທີ່ການໂອ້ລົມດັ່ງກ່າວ ການນຳ 2 ທ່ານໄດ້ປຶກສາຫາລືຫຼາຍບັນຫາສຳຄັນ. ກ່ຽວກັບການຮ່ວມມື 2 ຝ່າຍ.
ທ່ານນາງນາຍົກລັດຖະມົນຕີ ໄທ ແພທອງທານ ຊິນນະວັດ (ພາບ: ໂຄສົກຫ້ອງວ່າການນາຍົກລັດຖະມົນຕີ ໄທ)

ວັນທີ 27 ມິຖຸນາ, ທ່ານນາງນາຍົກລັດຖະມົນຕີ ໄທ ແພທອງທານ ຊິນນະວັດ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron. ນີ້ແມ່ນການໂອ້ລົມແລກປ່ຽນຄັ້ງທຳອິດລະຫວ່າງການນຳຂັ້ນສູງຂອງ 2 ປະເທດ, ນັບແຕ່ເມື່ອທ່ານນາງນາຍົກລັດຖະມົນຕີ ໄທ ຮັບດຳລົງຕຳແໜ່ງໃນເດືອນ ສິງຫາ 2024.

        ໂຄສົກຫ້ອງວ່າການນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ, ທີ່ການໂອ້ລົມດັ່ງກ່າວ ການນຳ 2 ທ່ານໄດ້ປຶກສາຫາລືຫຼາຍບັນຫາສຳຄັນ. ກ່ຽວກັບການຮ່ວມມື 2 ຝ່າຍ, ການນຳ 2 ປະເທດໄດ້ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດການຄ້າ ແລະ ການລົງທຶນຢ່າງແໜ້ນແຟ້ນກວ່າ. ຝລັ່ງ ປາດຖະໜາຢາກເປີດກວ້າງການຮ່ວມມືກັບ ໄທ ໃນຂົງເຂດຄວາມໝັ້ນຄົງ ແລະ ເຕັກໂນໂລຊີອາວະກາດ.

        ໃນການໂອ້ລົມທາງໂທລະສັບ, ທ່ານນາງນາຍົກລັດຖະມົນຕີ ໄທ ກໍ່ແລກປ່ຽນກັບທ່ານປະທານາທິບໍດີ ຝລັ່ງ ກ່ຽວກັບສະພາບການຂັດແຍ້ງກັນຢູ່ເຂດຊາຍແດນລະຫວ່າງ ໄທ ແລະ ກຳປູເຈຍ, ໃນນັ້ນ, ທ່ານນາງໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ອີງໃສ່ຄວາມຈິງໃຈ, ນ້ຳໃຈມິດຕະພາບລະຫວ່າງບັນດາປະເທດຖານບ້ານໃກ້ເຮືອນຄຽງ ແລະ ນ້ຳໃຈມິດຕະພາບ ແລະ ຄວາມສາມັກຄີໃນ ອາຊຽນ.

(ແຫຼ່ງຄັດຈາກ VOV)

ນັກສຶກສາ ຫວຽດນາມ ປະກອບສ່ວນໂຄສະນາພາບພົດຂອງ ຫວຽດນາມ ຢູ່ ລາວ

ນັກສຶກສາ ຫວຽດນາມ ປະກອບສ່ວນໂຄສະນາພາບພົດຂອງ ຫວຽດນາມ ຢູ່ ລາວ

ທ່ານໄດ້ຍ້ອງຍໍຊົມເຊີຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກຮຽນໃນບັນດາການເຄື່ອນໄຫວການເມືອງ - ສັງຄົມ, ປະກອບສ່ວນໂຄສະນາພາບພົດນັກສຶກສາ ຫວຽດນາມ ຂະຫຍັນຂັນເຄື່ອນ

Top