ປີ 2027 ແມ່ນປີແຫ່ງການເລັ່ງຄວາມໄວ, ບຸກທະລຸ, ສ້າງກຳລັງໜູນເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກຢ່າງມີໄຊ
ຕອນບ່າຍວັນທີ 25 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບການສ້າງໂຄງການກະທຳຂອງລັດຖະບານ ເພື່ອຜັນຂະຫຍາຍການປະຕິບັດມະຕິ, ຂໍ້ສະຫຼຸບສະບັບຕ່າງໆຂອງສູນກາງ, ກົມການເມືອງ ແລະ ສະພາແຫ່ງຊາດກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ປີ 2027.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເນັ້ນໜັກວ່າ ປີ 2027 ແມ່ນປີແຫ່ງການເລັ່ງຄວາມໄວ, ບຸກທະລຸ, ສ້າງກຳລັງໜູນເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກຢ່າງມີໄຊ, ດ້ວຍເປົ້າໝາຍບັນລຸການເຕີບໂຕເສດຖະກິດແຕ່ 10% ຂຶ້ນໄປ, ຕິດພັນກັບການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ແລະ ຮັບປະກັນຄວາມດຸນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງສ້າງມະຕິ ແລະ ໂຄງການກະທຳຂອງລັດຖະບານຕາມທິດສະສົມ, ກັບໂຄງການທີ່ເປັນເອກະພາບ... ບັນດາໜ້າທີ່ຕ້ອງກຳນົດແຈ້ງຄວາມຮັບຜິດຊອບ, ເວລາປະຕິບັດ, ມີມາດຕະຖານ ແລະ ຫຼີກລ່ຽງການທັບຊ້ອນ.
(ແຫຼ່ງຄັດຈາກ VOV)