ບັນດາບາດກ້າວຫັນປ່ຽນນັ້ນໄດ້ສ້າງເປັນກຸ່ມໜຶ່ງທີ່ເປັນເອກະພາບ, ການແກ້ໄຂແຕ່ລະບາດກ້າວຈະຊ່ວຍແກ້ໄຂຈຸດອຸດຕັນພວມເກີດຂຶ້ນ, ທັງເປີດຂົງເຂດພັດທະນາໃໝ່
ທ່ານ Kyril Whittaker, ນັກຄົ້ນຄວ້າດ້ານການເມືອງ, ປະຫວັດສາດ ຫວຽດນາມ (ພາບ: VNA)
ທີ່ກອງປະຊຸມເທື່ອທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14 (ເດືອນ ກໍລະກົດ 2026), ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຍົກອອກ 4 ບາດກ້າວຫັນປ່ຽນຍຸດທະສາດ ສ້າງເປັນກຳນົດທິດໃຫ້ແກ່ໄລຍະພັດທະນາໃໝ່ຂອງປະເທດຊາດ. ບັນດາບາດກ້າວຫັນປ່ຽນນັ້ນໄດ້ສ້າງເປັນກຸ່ມໜຶ່ງທີ່ເປັນເອກະພາບ, ການແກ້ໄຂແຕ່ລະບາດກ້າວຈະຊ່ວຍແກ້ໄຂຈຸດອຸດຕັນພວມເກີດຂຶ້ນ, ທັງເປີດຂົງເຂດພັດທະນາໃໝ່, ພ້ອມກັນມຸ່ງໄປເຖິງເປົ້າໝາຍລຸລ່ວງແມ່ນການພັດທະນາແບບຍືນຍົງ, ຖືມະນຸດເປັນໃຈກາງ.
ທ່ານ Kyril Whittaker, ນັກຄົ້ນຄວ້າດ້ານການເມືອງ, ປະຫວັດສາດ ຫວຽດນາມ ຖືວ່າ ເພື່ອໃຫ້ນະໂຍບາຍນັ້ນເຂົ້າສູ່ຊີວິດຕົວຈິງ, ຕ້ອງຮັບປະກັນ 3 ປັດໃຈຫຼັກ, ຄື: ທີ 1, ມີໂຄງປະກອບທີ່ເປັນເອກະພາບເພື່ອຜັນຂະຫຍາຍປະຕິບັດນະໂຍບາຍ; ທີ 2, ນະໂຍບາຍເລີ່ມມາຈາກພຶດຕິກຳຕົວຈິງ; ແລະ ສຸດທ້າຍ, ການສະໜັບສະໜູນຂອງທົ່ວສັງຄົມ. ສິ່ງທີ່ໜ້າສົນໃຈ, ຕາມທ່ານແມ່ນ, ຢູ່ ຫວຽດນາມ ທັງ 3 ປັດໃຈນີ້ລ້ວນແຕ່ໄດ້ມີແລ້ວ. ບັນດາກຳນົດທິດນັ້ນບໍ່ພຽງແຕ່ດຶງດູດຄວາມສົນໃຈຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງດຶງດູດວົງການນັກຄົ້ນຄວ້າສາກົນກໍ່ໄດ້ເອົາໃຈໃສ່ຕິດຕາມອີກດ້ວຍ.
(ແຫຼ່ງຄັດຈາກ VOV)