• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ນະຄອນ ໄຊງ່ອນ ຜ່ານຕາກ້ອງນັກຖ່າຍຮູບ ແຈ໋ດ ຮວິ່ງ

ຍຸກປັດຈຸບັນ, ຄຳສັບ “ຂາຍຮູບ stock” ເມື່ອເວົ້າເຖິງການແລກປ່ຽນຊື້ຂາຍຮູບຜ່ານທາງ ອິນເຕີເນັດ ໄດ້ກາຍເປັນຄວາມຊິນເຄີຍ, ພິເສດແມ່ນປະຊາຄົມ ນັກຖ່າຍຮູບໜຸ່ມ. ທຳອິດ ແມ່ນ ສົ່ງຮູບຂຶ້ນອິນເຕີເນັດ ດ້ວຍໃຈມັກເທົ່ານັ້ນ, ແຕ່ຫຼັງ ຈາກນັ້ນ ເລີ່ມມີລາຍຮັບ ແລະ ກາຍເປັນເຄິ່ງມືອາຊີບ ຍາມໃດກໍ່ບໍ່ຮູ້... ຜູ້ໃດທີ່ເຄີຍຮ່ວມງານກັບ Getty Images, ແນ່ນອນວ່າ ຈະຮູ້ຈັກກັບນັກຖ່າຍຮູບ ແຈ໋ດ ຮວິ່ງ, ຜູ້ເປັນເຈົ້າຂອງ ຮູບກວ່າ 3.100 ແຜ່ນ ທີ່ໄດ້ວາງຂາຍຜ່ານທາງ ອິນເຕີເນັດ. 
ມີຊື່ວ່າ ຮວິ່ງທູ, ແຕ່ໝູ່ເພື່ອນມັກເອີ້ນວ່າ ແຈ໋ດ, ເກີດ ປີ 1976 ຢູ່ ເຈີ້ເລີນ, ຮຽນຈົບຂະແໜງ ເຕັກໂນໂລຊີ ແລະ ສື່ສານ, ເວລາທີ່ເຮັດວຽກຢູ່ຂະແໜງອອກແບບສິລະປະກຣາຟິກ ໄດ້ເຮັດໃຫ້ ແຈ໋ດ ມີຄວາມຮັກກັບການຖ່າຍຮູບ. ຫຼັງຈາກດຳເນີນເຮັດ ທຸລະກິດ ຂາຍເຄື່ອງອຸປະກອນ ຄອມພີວເຕີ ແລະ ໂທລະສັບ, ປີ 2008, ແຈ໋ດ ເລີ່ມຕົ້ນການຖ່າຍຮູບ ດ້ວຍກ້ອງຖ່າຍຮູບ ຍີ່ຫໍ້ Canon DSLR, ລາວ ໄດ້ຖ່າຍທຸກສິ່ງທຸກຢ່າງທີ່ເຫັນຜ່ານຕາ... ເມື່ອເຕັກນິກການຖ່າຍຮູບ ໄດ້ພັດທະນາຂຶ້ນຢ່າງສົມບູນແບບ, ແຈ໋ດ ເລີ່ມໄປຖ່າຍຮູບທຳມະຊາດ ແລະ ຮູບພາບການ ເຄື່ອນໄຫວຂອງປະຊາຊົນໃນຊີວິດປະຈຳວັນ. 

ກຳເນີດ ແລະ ໃຫຍ່ຂຶ້ນຢູ່ເມືອງ 5, ສະນັ້ນຈິ່ງຮູ້ຖະໜົນຫົນ ທາງ ໃນຂົງເຂດນີ້ເປັນຢ່າງດີ, ແຕ່ເຖິງເວລາ ຈັບກ້ອງ ຖ່າຍຮູບ, ແຈ໋ດ ຈຶ່ງມີຄວາມເຂົ້າໃຈດີຕໍ່ຂົງເຂດດັ່ງກ່າວ. ສີສັນເປັນສັນຍາລັກ ແລະ ຈຸດພິເສດດ້ານວັດທະນະທຳ ຈຳເພາະ ຂອງເມືອງ 5 ໄດ້ ສະແດງອອກຜ່ານຮູບຖ່າຍຫຼາຍໃບ. 

ເດັກນ້ອຍພາກັນແລ່ນຫຼິ້ນ ໃນຍາມຄ້ອຍຄໍ່າຢູ່ ຫໍພັກ ຟ້າມເທຮ່ຽນ, ເມືອງ 8. 


ເຂດຊຸມຊົມຢູ່ບ້ານເລກທີ 6, ເມືອງ 5. 


ຫໍພັກເກົ່າ ຢູ່ ສວາຍກິ່ນເລີມ, ເຈີ້ເລີນ, ເມືອງ 5. 


ຜູ້ຂາຍໝວກຢູ່ເມືອງ 9.


ສີສັນຂອງຫໍພັກເກົ່າຫຼັງໜຶ່ງຢູ່ ໄຊງ່ອນ.


ເວລາເລີກການຢູ່ ໄຊງ່ອນ. 


ຮ້ານຂາຍໝວກແຫ່ງໜຶ່ງຢູ່ ໄຊງ່ອນ.


ຫໍພັກເກົ່າຫຼັງໜຶ່ງຢູ່ ໄຊງ່ອນ. 


ບັາຍາກາດໃນຫໍພັກເກົ່າຫຼັງໜຶ່ງຢູ່ ໄຊງ່ອນ. 


ຮ້ານຂາຍອຸປະກອນຮັບໃຊ້ໃຫ່ແກ່ການກໍ່ສ້າງ. 


ວັດເຈົ້າແມ່ ທຽນເຫົ້າ ຢູ່ເມືອງ 1. 


ການຂາຍເຄື່ອງແບບເຄື່ອນທີ່ຢູ່ ໄຊງ່ອນ. 


ຍາມຄ້ອຍຄຳ່ຢູ່ແມ່ນຳ້ ໄຊງ່ອນ. 


ຂົວ Calmet ຢູ່ເມືອງ 4 ໃນເວລາ ນຳ້ທະເລໜູນ.


ຍາມຄ້ອຍຄຳ່ຢູ່ ໄຊງ່ອນ. 

ຕໍ່ໜ້າໂຮງຮຽນອະນຸບານ ຢູ່ເມືອງ 11, ໃກ້ກັບ ໜອງບົວ.



ຍິງສາວ ຊົນເຜົ່າຢູ່ ໄຕນິງ ດຳລົງຊີວິດຢູ່ ໄຊງ່ອນ. 


ຂັ້ນໄດຢູ່ຫໍພັກເກົ່າຫຼັງໜຶ່ງທີ່ ໄຊງ່ອນ

ບໍ່ໄດ້ເຂົ້າຮ່ວມງານປະກວດຮູບພາບຢ່າງເປັນປະຈໍາ, ແຕ່ ເມື່ອ ໄດ້ເຂົ້າຮ່ວມໃນງານປະກວດຮູບພາບໃດໜຶ່ງ ແນ່ນອນວ່າ ແຈ໋ດ ຈະຍາດໄດ້ລາງວັນ. ແຕ່ລາງວັນທີໜຶ່ງໃນ ງານປະກວດຮູບພາບ Olympus Global Open Photo Contest 2015 ຈົນເຖິງລາງວັນທີ 2 ໃນງານປະກວດຮູບພາບ Sony World Photography Awards 2018… ລ້ວນແຕ່ ແມ່ນບັນດາງານ ປະກວດຮູບພາບລະດັບສາກົນ ທີ່ນັກຖ່າຍຮູບ ຫວຽດນາມ ບໍ່ ມີຫຼາຍຄົນຍາດໄດ້ລາງວັນ. 

ບໍ່ຍອມຮັບວ່າ ຕົນເອງແມ່ນນັກຖ່າຍຮູບມືອາຊີບ, ແຕ່ຄວາມ ສາມາດ ແລະ ແບບແຜນເຮັດວຽກຂອງ ແຈ໋ດ ຮວິ່ງ ໄດ້ສ່ອງ ແສງເຖິງສິ່ງດັ່ງກ່າວ, ນັ້ນຄື: ມີຄວາມມັກ, ເປັນຄົນຄ່ຽມຄົມ ແລະ ພ້ອມແບ່ງປັນປະສົບການກັບທຸກຄົນ. 
 
ປະຕິບັດ: ຫຼີຫວ່າງລອງ

ວັງ ກ໋ຽນຈຸງ ທີ່ງົດງາມ

ວັງ ກ໋ຽນຈຸງ ທີ່ງົດງາມ

ພາຍຫຼັງ 70 ປີແຫ່ງການຄົງຕົວໃນ ຊາກສະຫຼັກຫັກພັງ, ໃນລະດູບານ ໃໝ່ ປີ 2024, ວັງ ກ໋ຽນຈູງ, ໜຶ່ງໃນ 5 ກິດຈະການ ສະຖາປັດຕະຍະ ກຳ ຂະໜາດໃຫຍ່ ທີ່ຕັ້ງ ຢູ່ເທິງແກນ ຊິນໂຕ (Shinto) ໃນ ຕື໊ເກີ໋ມ ແທ່ງ (ພາຍໃນ ວັງຕ້ອງຫ້າມ) ເຫວ້ ໄດ້ ກັບຄືນມາ ວາດຊົງທີ່ໃຫຍ່ໂຕ ແລະ ສວຍງົດງາມ ຄືໃນສະໄໝກ່ອນ ເພື່ອສືບຕໍ່ເລົ່າເລື່ອງທີ່ໜ້າສົນ ໃຈ ກ່ຽວກັບຊີວິດຢູ່ ວັງໃນ ສະໄໝ ລາຊະວົງ ຫງວຽນ ແລະ ບັນດາ ເຫດການ ທີ່ເປັນຂີດໝາຍ ປະຫວັດສາດ ຂອງປະເທດ.

Top