• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ກະກຽມໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນ ອາຍຸການ 2026 – 2031 ຢ່າງລອບຄອບທີ່ຖ້ວນ

ມາຮອດປະຈຸບັນ, ວຽກງານໂຄສະນາ, ສ້າງບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ, ກະກຽມພື້ນຖານດ້ານວັດຖຸ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ… ຂອງນະຄອນ ໂຮ່ຈິມິນ ໄດ້ຮັບການຜັນຂະຫຍາຍຖືກຕາມຄວາມຄືບໜ້າ.
(ທີ່ກອງປະຊຸມ)

ວັນທີ 15 ມີນາ ຈະມາເຖິງ, ຜູ້ມີສິດເລືອກຕັ້ງ ຫວຽດນາມ ຈະໄປເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ, ອາຍຸການ 2026 – 2031. ມາຮອດປະຈຸບັນ, ວຽກງານໂຄສະນາ, ສ້າງບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ, ກະກຽມພື້ນຖານດ້ານວັດຖຸ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ… ຂອງນະຄອນ ໂຮ່ຈິມິນ ໄດ້ຮັບການຜັນຂະຫຍາຍຖືກຕາມຄວາມຄືບໜ້າ.

ເພື່ອໃຫ້ວຽກງານເລືອກຕັ້ງດຳເນີນໄປສະດວກດີ, ບັນດາທ້ອງຖິ່ນໄດ້ຫັນປ່ຽນຮູບແບບໂຄສະນາເປັນຫຼາຍຮູບຫຼາຍແບບ ເພື່ອຊ່ວຍໃຫ້ປະຊາຊົນເຂົ້າໃຈແຈ້ງເຖິງຄວາມໝາຍ, ຄວາມສຳຄັນຂອງການເລືອກຕັ້ງ, ກໍຄືສິດ ແລະ ພັນທະຂອງຜູ້ມີສິດເລືອກຕັ້ງ.

ທ່ານ ຫງວຽນງອັກໂຮ່ຍ, ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລານະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:

“ສ້າງບັນຊີລາຍຊື່ ຈາກການນຳ, ນັບທັງນັກຂ່າວໃຫ້ແກ່ປະຕູຖານຂອງສະພາປະຊາຊົນນະຄອນ. ເມື່ອມີເນື້ອໃນ ແລະ ຂໍ້ມູນຂອງບັນດາທ້ອງຖິ່ນແລ້ວ ຈະສົ່ງໃຫ້ກຸ່ມນັກຂ່າວຫຼັກແຫຼ່ງເພື່ອຈັດການໂຄສະນາ”.

ສຳລັບວຽກງານເລືອກຕັ້ງຢູ່ບັນດາຫົວໜ່ວຍກົມກອງທີ່ເຮັດໜ້າທີ່ຢູ່ທະເລ, ນະຄອນ ໂຮ່ຈີມິນ ຈະຈັດການປ່ອນບັດກ່ອນກຳນົດເວລາ ແຕ່ວັນທີ 26 ກຸມພາ ຢູ່ຕາແສງ ເຟືອກທັງ, ຕາແສງ ຕາມທັງ, ຕາແສງ ລອງເຊີນ ດ້ວຍຜູ້ມີສິດເລືອກຕັ້ງປະມານ 4.538 ຄົນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມພິທີອັດງານຕະຫຼາດນັດລະດູບານໃໝ່

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມພິທີອັດງານຕະຫຼາດນັດລະດູບານໃໝ່

ງານຕະຫຼາດນັດແມ່ນຊ່ອງກະຕຸ້ນການບໍລິໂພກພາຍໃນປະເທດຢ່າງມີປະສິດທິຜົນ, ແມ່ນໜຶ່ງໃນບັນດາກຳລັງໜູນເຕີບໂຕສຳຄັນ

Top