ມາຮອດປະຈຸບັນ, ວຽກງານໂຄສະນາ, ສ້າງບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ, ກະກຽມພື້ນຖານດ້ານວັດຖຸ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ… ຂອງນະຄອນ ໂຮ່ຈິມິນ ໄດ້ຮັບການຜັນຂະຫຍາຍຖືກຕາມຄວາມຄືບໜ້າ.
ວັນທີ 15 ມີນາ ຈະມາເຖິງ, ຜູ້ມີສິດເລືອກຕັ້ງ ຫວຽດນາມ ຈະໄປເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ, ອາຍຸການ 2026 – 2031. ມາຮອດປະຈຸບັນ, ວຽກງານໂຄສະນາ, ສ້າງບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ, ກະກຽມພື້ນຖານດ້ານວັດຖຸ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ… ຂອງນະຄອນ ໂຮ່ຈິມິນ ໄດ້ຮັບການຜັນຂະຫຍາຍຖືກຕາມຄວາມຄືບໜ້າ.
ເພື່ອໃຫ້ວຽກງານເລືອກຕັ້ງດຳເນີນໄປສະດວກດີ, ບັນດາທ້ອງຖິ່ນໄດ້ຫັນປ່ຽນຮູບແບບໂຄສະນາເປັນຫຼາຍຮູບຫຼາຍແບບ ເພື່ອຊ່ວຍໃຫ້ປະຊາຊົນເຂົ້າໃຈແຈ້ງເຖິງຄວາມໝາຍ, ຄວາມສຳຄັນຂອງການເລືອກຕັ້ງ, ກໍຄືສິດ ແລະ ພັນທະຂອງຜູ້ມີສິດເລືອກຕັ້ງ.
ທ່ານ ຫງວຽນງອັກໂຮ່ຍ, ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລານະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ສ້າງບັນຊີລາຍຊື່ ຈາກການນຳ, ນັບທັງນັກຂ່າວໃຫ້ແກ່ປະຕູຖານຂອງສະພາປະຊາຊົນນະຄອນ. ເມື່ອມີເນື້ອໃນ ແລະ ຂໍ້ມູນຂອງບັນດາທ້ອງຖິ່ນແລ້ວ ຈະສົ່ງໃຫ້ກຸ່ມນັກຂ່າວຫຼັກແຫຼ່ງເພື່ອຈັດການໂຄສະນາ”.
ສຳລັບວຽກງານເລືອກຕັ້ງຢູ່ບັນດາຫົວໜ່ວຍກົມກອງທີ່ເຮັດໜ້າທີ່ຢູ່ທະເລ, ນະຄອນ ໂຮ່ຈີມິນ ຈະຈັດການປ່ອນບັດກ່ອນກຳນົດເວລາ ແຕ່ວັນທີ 26 ກຸມພາ ຢູ່ຕາແສງ ເຟືອກທັງ, ຕາແສງ ຕາມທັງ, ຕາແສງ ລອງເຊີນ ດ້ວຍຜູ້ມີສິດເລືອກຕັ້ງປະມານ 4.538 ຄົນ.