• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ທ່ຽວຊົມ ຮ່າໂນ້ຍ ດ້ວຍລົດເມ 2 ຊັ້ນ

ຕົວແບບລົດເມ 2 ຊັ້ນ ນໍານັກທ່ອງທ່ຽວໄປທ່ຽວຊົມທັດສະນີຍະພາບ ຕາມຈຸດທ່ອງທ່ຽວຕ່າງໆ ໃນຕົວເມືອງ ໄດ້ນຳໃຊ້ໃນຫຼາຍປະເທດຄື: ຍີ່ປຸ່ນ, ສິງກະໂປ, ມາເລເຊຍ... ແລະ ປັດຈຸບັນ, ຕົວແບບດັ່ງກ່າວ ຫວຽດນາມ ເປີດນຳໃຊ້ຢູ່ ນະຄອນຫຼວງ ຮ່າໂນ້ຍ ເພື່ອຮັບໃຊ້ ປະຊາ ຊົນ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງ ປະເທດ ອີກດ້ວຍ.
ແນໃສ່ຊຸກຍູ້ ສ້າງການທ່ອງທ່ຽວນະຄອນຫຼວງຕາມແບບສີວິໄລ ແລະ ທັນສະໄໝ, ສະຫະບໍລິສັດຂົນສົ່ງ ຮ່າໂນ້ຍ (Transerco) ຮ່ວມມືກັບ ບໍລິສັດ ແອງຫວຽດ Hop on – Hop off ຫວຽດນາມ ໃຫ້ເປີດ ນຳໃຊ້ ບໍລິການທ່ອງທ່ຽວ Hanoi City tour Hop on – Hop off.

ເສັ້ນທາງທ່ອງທ່ຽວ ອ້ອມຮ່າໂນ້ຍ ມີ 14 ຈຸດພັກ ເພື່ອຊົມ ດ້ວຍລົດເມ 2 ຊັ້ນ. ໃນໄລຍະທຳອິດ ມີ 3 ຄັນ, ມີ 80 ບ່ອນນັ່ງ. ນີ້ແມ່ນປະເພດ ລົດ ໄດ້ອອກແບບພິເສດ ເພື່ອອຳນວຍຄວາມສະດວກ ໃນການ ທ່ຽວ ຊົມ ທັດສະນີຍະພາບ ຈາກມູມສູງ. 


ບໍລິການທ່ອງທ່ຽວ Hanoi City tour Hop on – Hop off ໄດ້ເປີດນຳໃຊ້ຢ່າງເປັນທາງການໃນຕອນເຊົ້າວັນທີ 30 ພຶດສະພາ.


ບໍລິການທ່ອງທ່ຽວ Hanoi City tour Hop on – Hop off ຈະເປີດ ແຕ່ 9 ໂມງເຊົ້າຫາ 17 ໂມງແລງ
ດ້ວຍເວລາ 30 ນາທີຕໍ່ຖ້ຽວ. 


ເວລານຳໃຊ້ບໍລິການທ່ອງທ່ຽວ Hanoi City tour Hop on – Hop off, ນັກທ່ອງທ່ຽວຈະໄດ້ໄປທ່ຽວຊົມທັດສະນີຍະພາບ
ແລະ ຂ້າມ ຜ່ານຈຸດທ່ອງທ່ຽວ 13 ຈຸດຂອງນະຄອນຫຼວງ ຮ່າໂນ້ຍ ດ້ວຍລົດເມ 2 ຊັ້ນ. 


ລົດເມ 2 ຊັ້ນແລ່ນຂ້າມຜ່ານໂຮງມະໂຫລະສົບ ຮ່າໂນ້ຍ. 


ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຮູ້ສຶກປະທັບໃຈ ໃນເວລາທີ່ໄດ້ທ່ຽວຊົມນະຄອນຫຼວງ ດ້ວຍລົດເມ 2 ຊັ້ນ.


ລົດເມ 2 ຊັ້ນແລ່ນຂ້າມຜ່ານຖະໜົນ ກວານຊື, ຮວ່ານກຽມ, ຮ່າໂນ້ຍ.


ລົດເມ 2 ຊັ້ນແລ່ນຂ້າມຜ່ານເຂດຮ່ອງຮອຍ ວັນມຽວ-ກວກຕືຢາມ. 



ນັກທ່ອງທ່ຽວຖ່າຍຮູບນຳລົດເມ 2 ຊັ້ນ. 

ຕາມແຜນການ, ລົດເມ 2 ຊັ້ນຈະຈອດຢູ່ 13 ຈຸດ ຊຶ່ງເປັນບ່ອນ ທ່ອງ ທ່ຽວ, ເຂດຮ່ອງຮອຍປະຫວັດສາດ, ວັດທະນະທຳ ເພື່ອໃຫ້ນັກທ່ອງ ທ່ຽວ ທຳການຢ້ຽມຢາມ. ສຳລັບນັກທ່ອງທ່ຽວທີ່ມາຢ້ຽມຢາມນະຄອນ ຫຼວງເທື່ອທຳອິດ, ເຂົາເຈົ້າສາມາດສອບຖາມຂໍ້ມູນເພີ່ມເຕີມກ່ຽວ ກັບ ການທ່ອງທ່ຽວນະຄອນຫຼວງຢູ່ເທິງລົດເມ 2 ຊັ້ນ.
 
ຈຸດພິເສດຂອງບໍລິການດັ່ງກ່າວ ແມ່ນບໍ່ພຽງແຕ່ ຊ່ວຍນັກທ່ອງທ່ຽວ ປະຢັດໄດ້ເວລາໃນການຊອກຫາບ່ອນທ່ອງທ່ຽວເທົ່ານັ້ນ, ຫາກຍັງ
ສະໜອງແຫຼ່ງຂໍ້ມູນກ່ຽວກັບການທ່ອງທ່ຽວນະຄອນຫຼວງດ້ວຍຫຼາຍພາສາຄື: ອັງກິດ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ອື່ນໆ ອີກດ້ວຍ.

ກຳແພງ ທັງລອງ ເປັນ 1 ໃນ 13 ສະຖານທີ່ ທ່ອງທ່ຽວ ແລະ ມໍລະ ດົກໂລກດ້ານວັດທະນະທຳ ຂອງນະຄອນຫຼວງ ຮ່າໂນ້ຍ. ກຳແພງ ທັງ ລອງ-ຮ່າໂນ້ຍ ບໍ່ພຽງແຕ່ມີຊື່ລືສຽງດ້ວຍບັນດາ ຮ່ອງຮອຍປະຫວັດ ສາດໃນສະໄໝສັກດິນາເທົ່ານັ້ນ, ຫາກຍັງມີຄຸນຄ່າທາງປະຫວັດສາດ , ວັດທະນະທຳ ທີ່ພົ້ນເດັ່ນຂອງໂລກ ອີກດ້ວຍ. ນີ້ເປັນຈຸດທ່ອງທ່ຽວ ທີ່ຂາດບໍ່ໄດ້ ໃນບໍລິການທ່ອງທ່ຽວ ຊອກຮູ້ປະຫວັດສາດ ທັງລອງ-ຮ່າໂນ້ຍ.
ເປີດໃຫ້ບໍລິການ ແຕ່ 9 ໂມງເຊົ້າຫາ 17 ໂມງແລງ ໃນທຸກໆ 30 ນາທີ ຕໍ່ຖ້ຽວ. ລາຄາປີ້ ຈະມີລາຄາ 300.000 ດົ່ງ/4 ຊົ່ວໂມງ, 450.000 ດົ່ງ/24 ຊົ່ວໂມງ ແລະ 650.000 ດົ່ງ/48 ຊ່ົວໂມງ. ນັກ ທ່ອງທ່ຽວ ສາ ມາດນຳໃຊ້ລົດເມ ໄດ້ທຸກເວລາ ຕາມການກຳນົດ ຂອງ ປີ້.


ນັກທ່ອງທ່ຽວ ຊື້ປີ້ ເພື່ອທ່ຽວ ນະຄອນຫຼວງ ດ້ວຍລົດເມ 2 ຊັ້ນຫຼັງ ຄາ ເປີດ ຢູ່ຈຸດຂາຍປີ້ ໜອງເກືອມ.


ດ້ວຍລາຄາປີ້ 300.000 ດົ່ງ/4 ຊ່ົວໂມງ, ນັກທ່ອງທ່ຽວຈະໄດ້  ທ່ຽວ ຊົມ ສະຖານທີ່ທ່ອງທ່ຽວ 30 ຈຸດ ທີ່ໂດດເດັ່ນ ເທິງຖະໜົນ 25 ສາຍ ຂອງນະຄອນຫຼວງ ຮ່າໂນ້ຍ.


ພາຍໃນລົດເມ ມີຫຼາຍບໍລິການຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ ນັກທ່ອງ ທ່ຽວຄື: ຕູ້ເຢັນ, ຮ້ານກິນດື່ມຂະໜາດນ້ອຍ...


ເທິງລົດເມ ມີເຄື່ອງຊຳລະດ້ວຍບັດ ATM, ສ້າງຄວາມສະດວກໃຫ້ ແກ່ນັກທ່ອງທ່ຽວທີ່ບໍ່ນຳໃຊ້ເງິນສົດ.


ເທິງລົດເມ ໄດ້ຕິດຕັ້ງລະບົບແນະນຳບັນດາຈຸດ ທ່ອງທ່ຽວ ແລະ  ແປ ເປັນຫຼາຍພາສາ ໂດຍອັດຕະໂນມັດ.


ລະບົບແປ ອັດຕະໂນມັດ ດ້ວຍຫຼາຍພາສາ  ຊ່ວຍແນະນຳໃຫ້ນັກ ທ່ອງທ່ຽວ ມີຄວາມເຂົ້າໃຈກ່ຽວກັບສະຖານທີ່ທ່ອງ ທ່ຽວມີຊື່ສຽງ ຂອງ ນະຄອນຫຼວງ.


ບັນດາລົດເມ 2 ຊັ້ນ ນີ້ສາມາດບັນທຸກຜູ້ໂດຍສານໄດ້ 80 ຄົນ/ຖ້ຽວ ແລະ ນຳໃຊ້ລະບົບນຳທາງດ້ວຍ GPS.


ໄດ້ຕິດຕັ້ງກ້ອງວົງຈອນ ຢູ່ຫຼາຍຈຸດເທິງລົດເມ ເພື່ອຊ່ວຍເຮັດໃຫ້ຜູ້ ຂັບສາມາດຕິດຕາມຜູ້ໂດຍສານທັງຢູ່ຊັ້ນ 1 ແລະ ເທິງຊັ້ນ 2 ໄດ້. 


ຊັ້ນ 1 ມີທັງໝົດ 16 ບ່ອນນັ່ງ, ໃນນັ້ນ ມີ 2 ບ່ອນສຳລັບໃຫ້ ຜູ້ພິການ.


ນັກທ່ອງທ່ຽວຮູ້ສຶກປະທັບໃຈ ເມື່ອເປັນຄັ້ງທຳອິດ ໄດ້ສຳພັດການທ່ອງ ທ່ຽວ ເທິງລົດເມ 2 ຊັ້ນ ທ່ຽວຊົມ ຮ່າໂນ້ຍ.


ທ່ານ ດັ້ງຊວນກວ໋ານ (ເມືອງ ບາດິ່ງ, ຮ່າໂນ້ຍ) ໃຫ້ຮູ້ວ່າ ນີ້ແມ່ນເທື່ອ ທຳອິດ ລາວໄດ້ນຳໃຊ້ບໍລິການນີ້ ແລະ ຫວັງວ່າ ໃນອະນາຄົດຈະມີລົດເມແບບນີ້ ຫຼາຍຄັນກວ່າ ເພື່ອໂຄສະນາເຜີຍແຜ່ ການທ່ອງທ່ຽວ ຂອງນະຄອນຫຼວງ ເຖິງປະຊາຊົນ ແລະ ນັກທ່ອງທ່ຽວຕ່່າງປະເທດ.

ທ່ານ ຫງວຽນເທຮຸ່ງ, ຮອງປະທານຄະນະກຳມະການປະຊາຊົນ ຮ່າ ໂນ້ຍ ໃຫ້ຮູ້ວ່າ ລົດເມ 2 ຊັ້ນ ມີບົດບາດສຳຄັນໃນເປົ້າໝາຍ ພັດທະ ນາການຄົມມະນາຄົມຢູ່ ຮ່າໂນ້ຍ. ຈຳນວນນັກທ່ອງທ່ຽວ ມາທ່ຽວ ຮ່າ ໂນ້ຍ ໃນປີ 2017 ບັນລຸໄດ້ເກືອບ 24 ລ້ານເທື່ອຄົນ, ເພີ່ມຂຶ້ນ 9% ເມື່ອທຽບກັບປີ 2016. ຕາມການຄາດຄະເນຂອງພະແນກ ການທ່ອງ ທ່ຽວ, 6 ເດືອນຕົ້ນປິ 2018, ຈຳນວນນັກທ່ອງທ່ຽວ ທີ່ມາຢ້ຽມຢາມ ນະ ຄອນຫຼວງ ຈະຮັກສາໄດ້ລະດັບ 26% ເມື່ອທຽບ ກັບປີ 2017. ດ້ວຍທ່າ ແຮງບົ່ມຊ້ອນທີ່ຍິ່ງໃຫຍ່ຂອງການທ່ອງທ່ຽວ, ຮ່າໂນ້ຍ ມອບ ໃຫ້ Transerco ຂະຫຍາຍລະລົບບໍລິການ Hanoi City tour.

ດ້ວຍຫຼັກນຳ ການທ່ອງທ່ຽວສີວິໄລ, ໃກ້ຊິດ ແລະ ເປັນອາຊີບ, ບໍລິ ການທ່ອງທ່ຽວລົດເມ 2 ຊັ້ນ ຈະເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມີຄວາມປະທັບໃຈ ໃນການທ່ອງທ່ຽວ ຂອງຕົນ ຢູ່ນະຄອນຫຼວງ ຮ່າໂນ້ຍ.

ເສັ້ນທາງທີ່ຕ້ອງຜ່ານໄປຂອງລົດເມ 2 ຊັ້ນໃນ Hanoi City tour:
- ວັນທໍາມະດາ: ສະຖານີລົດເມ 2 ຊັ້ນ (ຢູ່ໜອງເກືອມ) - ເລຖາຍໂຕ - ຈ່າງທີ - ດ້ຽນບຽນຝູ໋ - ໂດກເລີບ - ຮວ່າງວັນທຸ - ຮຸ່ງເວືອງ - ແທງ ນຽນ - ອຽນຝູ້ - ແທງນຽນ - ຮຸ່ງເວືອງ - ຟານດິ່ງຝຸ່ງ - ຮວ່າງຢ້ຽວ - ເລຮ່ົງຟອງ - ຮຸ່ງເວືອງ - ຫງວຽນຖາຍຮ໋ອກ - ວັນມຽວກວກຕືຢາມ - ຕົນດຶກຖັງ - ຫງວຽນຖາຍຮອກ - ເກືອນາມ - ຟານໂບ້ຍເຈົາ - ຫຼີ ເທື່ອງກຽດ - ຟານຈູຈິງ - ຮາຍບ່າຈຶງ - ເລແທງຕົງ - ຈ່າງຕ່ຽນ - ດິງ ຕຽນຮວ່າງ - ສະຖານີລົດເມ 2 ຊັ້ນ (ຢູ່ໜອງເກືອມ).

- ທ້າຍອາທິດ: ໂຮງມະໂຫລະສົບ - ໂງກວ່ຽນ - ຫຼີເທ່ືອງກຽດ - ກວາງ ຈຸງ -ຈ່າງທີ - ດ້ຽນບຽນຝູ໋ - ໂດກເລີບ - ຮວ່າງວັນທຸ - ຮຸ່ງເວືອງ - ແທງນຽນ - ອຽນຝູ້ - ແທງນຽນ - ຮຸ່ງເວືອງ - ຟານດິ່ງຝຸ່ງ - ຮວ່າງ ຢ້ຽວ - ເລຮ່ົງຟອງ - ຮຸ່ງເວືອງ - ຫງວຽນຖາຍຮ໋ອກ - ວັນມຽວກວກ ຕືຢາມ - ຕົນດຶກຖັງ - ຫງວຽນຖາຍຮ໋ອກ - ເກືອນາມ - ຟານໂບ້ຍ ເຈົາ - ຫຼີເທື່ອງກຽດ - ຟານຈູຈິງ - ຮາຍບ່າຈຶງ - ເລແທງຕົງ -ໂຮງ ມະໂຫລະສົບ.
ບົດ ແລະ ພາບ: ກົງດາດ

ບັນຍາກາດທີ່ງຽບສະຫງົບ ພາຍໃນວັດ ເຟີດກວາງ

ບັນຍາກາດທີ່ງຽບສະຫງົບ ພາຍໃນວັດ ເຟີດກວາງ

ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ໄປທາງທິດໃຕ້ ປະມານ 70 ກມ, ຕັ້ງຢູ່ບ້ານ ຢືເຢິນ, ຕາແສງ ແທງຟອງ, ເມືອງ ແທງລຽມ (ແຂວງ ຮ່ານາມ), ວັດ ເຟີດກວາງ ໄດ້ກາຍເປັນສະຖານທີ່ ປະຕິ ບັດທຳ, ເທສະໜາ ແລະ ສະແຫວງບຸນ ຂອງ ນັກທ່ອງທ່ຽວ ທັງ ພາຍໃນ ແລະ ຕ່າງປະເທດ ໃນຊຸມປີມໍ່ໆ ມານີ້.

Top