ໂດຍໄດ້ຮັບຄຳເຊີນຈາກທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ພ້ອມດ້ວຍພັນລະຍາ, ວັນທີ 14 ເມສາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມດ້ວຍ ພັນລະຍາ ທ່ານນາງ ໂງເຟືອງລີ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກ ຮ່າໂນ້ຍ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ຈີນ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 14 - 17 ເມສາ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ຈີນ (ພາບ: TTXVN)
ການປະຕິບັດງານຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແມ່ນໂອກາດເພື່ອໃຫ້ການນຳສູງສຸດຂອງສອງພັກ, ສອງລັດແລກປ່ຽນ, ຕົກລົງເປັນເອກະພາບບັນດາກຳນົດທິດໃຫຍ່ໃນການພັດທະນາ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ່າອີກ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ໃຫ້ມີຄວາມໝາຍຍຸດທະສາດໃນໄລຍະໃໝ່. ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
“ການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ແມ່ນຂີດໝາຍໃຫ້ແກ່ການເລີ່ມຕົ້ນໃໝ່ໃນສາຍພົວພັນຮ່ວມມືສອງຝ່າຍລະຫວ່າງສອງປະເທດ. ໂດຍໄດ້ດຳເນີນພາຍຫຼັງການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ຄົບຮອບ 01 ປີນັ້ນ, ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນເຊິ່ງກັນ ແລະ ກັນ, ການຕິດພັນຜົນປະໂຫຍດຮອບດ້ານ ແລະ ສະໜິດແໜ້ນລະຫວ່າງ ຫວຽດນາມ - ຈີນ, ກໍຄື ບັນດາຄຳໝັ້ນສັນຍາລວມລະຫວ່າງສອງປະເທດໃນການຮັກສາປັບປຸງສະພາບແວດລ້ອມສັນຕິພາບໃຫ້ໝັ້ນທ່ຽງ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາຂອງສອງປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ ແລະ ຈີນ. ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນເພີ່ມທະວີຄວາມຜູກພັນຍຸດທະສາດ, ສ້າງຍອດສູງໃໝ່ ແລະ ບັນດາບາດກ້າວບຸກທະລຸໃນຂົງເຂດຮ່ວມມືທີ່ແທດຈິງລະຫວ່າງສອງປະເທດ ຫວຽດນາມ - ຈີນ ໃນໄລຍະໃໝ່”.
(ແຫ່ງຄັດຈາກ VOV)