ຂ່າວສານ

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ

ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ ສີ​ຈີ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ພ້ອມ​ດ້ວຍ​ພັນ​ລະ​ຍາ, ວັນ​ທີ 14 ເມ​ສາ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປ​ະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ ພັນ​ລະ​ຍາ ທ່ານ​ນາງ ໂງ​ເຟືອງ​ລີ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ອອກ​ຈາກ ຮ່າ​ໂນ້ຍ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ. ການ​ຢ້ຽມ​ຢາມ ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 14 - 17 ເມ​ສາ.
  ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ພັນ​ລະ​ຍາ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ (ພາບ: TTXVN)  

ກາ​ນປະ​ຕິ​ບັດ​ງານ​ຄັ້ງ​ນີ້​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ການ​ນຳ​ສູງ​ສຸດ​ຂອງ​ສອງ​ພັກ, ສອ​ງ​ລັດແລກ​ປ່ຽນ, ຕົກ​ລົງ​ເປັນ​ເອ​ກະ​ພາບ​ບັນ​ດາ​ກຳ​ນົດ​ທິດ​ໃຫຍ່​ໃນ​ການ​ພັດ​ທະ​ນາ ແລະ ເຮັດ​ໃຫ້​ສາຍ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານເລິກ​ເຊິ່ງກວ່າ​ອີກ, ສ້າງ​ປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ ຫວຽດ​ນາມ - ຈີນ ໃຫ້​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ໃໝ່. ທ່ານ ຫງວຽນ​ມິງ​ຫວູ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

“ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຂອ​ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ແມ່ນ​ຂີດ​ໝາຍ​ໃຫ້​ແກ່​ການ​ເລີ່ມ​ຕົ້ນ​ໃໝ່​ໃນ​ສາຍ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ. ໂດຍ​ໄດ້​ດຳ​ເນີນ​ພາຍຫຼັງການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ ສີ​ຈີ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ຄົບ​ຮອບ 01 ປີນັ້ນ, ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຖື​ເປັນ​ສຳ​ຄັນ​ເຊິ່ງ​ກັນ ແລະ ກັນ, ການ​ຕິດ​ພັນ​ຜົນ​ປະ​ໂຫຍດ​ຮອບ​ດ້ານ ແລະ ສະ​ໜິດ​ແໜ້ນ​ລະ​ຫວ່າງ​ ຫວຽດ​ນາມ - ຈີນ, ກໍ​ຄື ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ລວມ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ການ​ຮັກ​ສາ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມສັນ​ຕິ​ພາບ​ໃຫ້​ໝັ້ນ​ທ່ຽງ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ຫວຽດ​ນາມ ແລະ ຈີນ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ຜູກ​ພັນ​ຍຸດ​ທະ​ສາດ, ສ້າງຍອດ​ສູງ​ໃໝ່ ແລະ ບັນ​ດາ​ບາ​ດ​ກ້າວບຸກ​ທະ​ລຸໃນ​ຂົງ​ເຂດ​ຮ່ວມ​ມື​ທີ່​ແທດ​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ຈີນ ໃນ​ໄລ​ຍະ​ໃໝ່”.


top