ທ່ານ ເລຂາທິການໃຫຍ່, ປະທານປະເທດ ໄດ້ຮຽກຮ້ອງເຮັດໃຫ້ຈະແຈ້ງ ຄຸນນະພາບ ຂອງຖັນແຖວ ພະນັກງານ ຫຼັງຈາກ ການວາງແຜນກຳນົດ, ການຝຶກອົບຮົມບຳລຸງສ້າງ, ການໝູນວຽນ, ການຈັດວາງ ແລະ ການນຳໃຊ້
ທ່ານ ໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ກ່າວຄຳເຫັນຊີ້ນຳ (ພາບ: VNA)
ວັນທີ 26 ສິງຫາ, ຢູ່ທີ່ ນະຄອນຫຼວງ ຮາໂນ້ຍ, ທ່ານ ໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເຮັດວຽກງານກັບ ຄະນະຈັດຕັ້ງ ສູນກາງພັກ ກ່ຽວກັບ ແຜນຮ່າງສະຫຼຸບ ມະຕິສະບັບທີ 26-NQ/TW, ລົງວັນທີ 19/5/2018 ຂອງຄະນະບໍລິຫານງານ ສູນກາງພັກ ຊຸດທີ XII ກ່ຽວກັບ ການສຸມໃສ່ ສ້າງຖັນແຖວ ພະນັກງານ ທຸກຂັ້ນ, ໂດຍສະເພາະ ແມ່ນຂັ້ນຍຸດທະສາດ ໃຫ້ມີບຸກຄະລິກກະພາບ, ຄວາມສາມາດ ແລະ ຄວາມເຊື່ອໝັ້ນຢ່າງ ພຽງພໍ, ທຽບເທົ່າກັບ ໜ້າທີ່ ທີ່ໄດ້ວາງໄວ້ ເພື່ອສະເໜີ ຕໍ່ຄະນະບໍລິຫານງານ ສູນກາງພັກ ໃນກອງປະຊຸມ ສູນກາງພັກ ຄັ້ງທີ 4 ຊຸດທີ XIV.
ໃນວາລະ ເຮັດວຽກ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໄດ້ຮຽກຮ້ອງເຮັດໃຫ້ຈະແຈ້ງ ຄຸນນະພາບ ຂອງຖັນແຖວ ພະນັກງານ ຫຼັງຈາກ ການວາງແຜນກຳນົດ, ການຝຶກອົບຮົມບຳລຸງສ້າງ, ການໝູນວຽນ, ການຈັດວາງ ແລະ ການນຳໃຊ້; ຕ້ອງຈຳແນກ ຢ່າງຈະແຈ້ງ: ອັນໃດ ຖືກຕ້ອງ ແລະ ເຮັດໄດ້ດີ ແລ້ວ ແມ່ນໃຫ້ສືບຕໍ່ ເສີມຂະຫຍາຍ; ອັນໃດຖືກຕ້ອງ ແຕ່ການຈັດຕັ້ງປະຕິບັດ ຍັງບໍ່ທັນໄດ້ດີ ແມ່ນຕ້ອງໄດ້ປັບປຸງ ແລະ ບໍ່ປ່ຽນແປງ ແຜນນະໂຍບາຍພຽງແຕ່ຍ້ອນ ການຈັດຕັ້ງປະຕິບັດ ອ່ອນນ້ອຍ, ແຕ່ກໍບໍ່ຮັກສາ ວິທີເຮັດແບບເກົ່າ ເມື່ອສະພາບ ຕົວຈິງ ໄດ້ປ່ຽນແປງ. ກ່ຽວກັບຈຸດປະສົງ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງຕ້ອງເຮັດໃຫ້ຈະແຈ້ງສອງໄລຍະ ທີ່ມີລັກສະນະ ສືບທອດ ແລະ ພັດທະນາ: ຮອດປີ 2030 ຕ້ອງສ້າງ ການຫັນປ່ຽນໂດຍພື້ນຖານ ແທ້ຈິງໃນວຽກງານ ພະນັກງານ; ສ້າງລະບອບລະບຽນການ, ຕຳແໜ່ງງານ, ຂອບມາດຖານຄວາມສາມາດ, ການປະເມີນ, ການສ້າງແຫຼ່ງກຳລັງ, ຖານຂໍ້ມູນ ແລະ ການຄຸ້ມຄອງ ຖັນແຖວ ພະນັກງານໃຫ້ສົມບູນແບບໂດຍພື້ນຖານ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ:
“ຕ້ອງປັບປຸງ ບັນດາ ຂໍ້ກຳນົດ ຂອງພັກ ແລະ ກົດໝາຍ ຂອງລັດໃຫ້ສົມບູນແບບຢ່າງຄົບຊຸດ; ແບ່ງກຳນົດຂອບເຂດ ສິດອຳນາດ ຂອງແຕ່ລະຂັ້ນ, ແຕ່ລະເຈົ້າກຳຢ່າງຈະແຈ້ງ; ຫຼີກລ້ຽງການທັບຊ້ອນ, ລະບຽບການທີ່ບໍ່ຈຳເປັນ. ຖານຂໍ້ມູນພະນັກງານ ຕ້ອງໃຫ້ "ຖືກຕ້ອງ, ຄົບຖ້ວນ, ສະອາດ, ມີຊີວິດ", ປອດໄພ, ໄດ້ຮັບການອັບເດດ ແລະ ກວດກາຢັ້ງຢືນ, ຮັບໃຊ້ການຄຸ້ມຄອງ, ການວິເຄາະ, ການຄາດຄະເນ, ການຄົ້ນຫາແຫຼ່ງພະນັກງານ, ການແຈ້ງເຕືອນ ຄວາມສ່ຽງ. ການນຳໃຊ້ ຖານຂໍ້ມູນຂະໜາດໃຫຍ່ (Big Data) ແລະ ປັນຍາປະດິດ (AI) ຕ້ອງມີ ຄວາມຮັບຜິດຊອບ.”
(ແຫຼ່ງຄັດຈາກ VOV)