ຂ່າວສານ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ ສ້າງການຫັນປ່ຽນໂດຍພື້ນຖານຢ່າງ​ແທ້​ຈິງ ໃນວຽກງານ ພະນັກງານ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໄດ້ຮຽກຮ້ອງເຮັດໃຫ້ຈະແຈ້ງ ຄຸນນະພາບ ຂອງຖັນແຖວ ພະນັກງານ ຫຼັງຈາກ ການວາງແຜນກຳນົດ, ການຝຶກອົບຮົມ​ບຳ​ລຸງ​ສ້າງ, ການໝູນວຽນ, ການຈັດວາງ ແລະ ການນຳໃຊ້
ທ່ານ ໂຕ​ເລິມເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ຊີ້​ນຳ (ພາບ: VNA)

ວັນ​ທີ 26 ສິງ​ຫາ, ຢູ່ທີ່ ນະຄອນຫຼວງ ຮາໂນ້ຍ, ທ່ານ ໂຕ​ເລິມເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ໄດ້ເຮັດວຽກງານກັບ ຄະນະຈັດຕັ້ງ ສູນກາງພັກ ກ່ຽວກັບ ແຜນ​ຮ່າງສະຫຼຸບ ມະຕິສະບັບທີ 26-NQ/TW, ລົງວັນທີ 19/5/2018 ຂອງຄະນະບໍລິຫານງານ ສູນກາງພັກ ຊຸດ​ທີ XII ກ່ຽວກັບ ການສຸມໃສ່ ສ້າງຖັນແຖວ ພະນັກງານ ທຸກຂັ້ນ, ໂດຍສະເພາະ ແມ່ນຂັ້ນຍຸດທະສາດ ໃຫ້ມີບຸກ​ຄະ​ລິກ​ກະ​ພາບ, ຄວາມສາມາດ ແລະ ​ຄວາມ​ເຊື່ອ​ໝັ້ນ​ຢ່າງ ພຽງພໍ, ທຽບເທົ່າກັບ ໜ້າທີ່ ທີ່ໄດ້ວາງໄວ້ ເພື່ອສະເໜີ ຕໍ່ຄະນະບໍລິຫານງານ ສູນກາງພັກ ໃນກອງປະຊຸມ ສູນກາງພັກ ຄັ້ງທີ 4 ຊຸດ​ທີ XIV.

ໃນວາລະ ເຮັດວຽກ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໄດ້ຮຽກຮ້ອງເຮັດໃຫ້ຈະແຈ້ງ ຄຸນນະພາບ ຂອງຖັນແຖວ ພະນັກງານ ຫຼັງຈາກ ການວາງແຜນກຳນົດ, ການຝຶກອົບຮົມ​ບຳ​ລຸງ​ສ້າງ, ການໝູນວຽນ, ການຈັດວາງ ແລະ ການນຳໃຊ້; ຕ້ອງຈຳແນກ ຢ່າງຈະແຈ້ງ: ອັນໃດ ຖືກຕ້ອງ ແລະ ເຮັດໄດ້ດີ ແລ້ວ ແມ່ນໃຫ້ສືບຕໍ່ ເສີມຂະຫຍາຍ; ອັນໃດຖືກຕ້ອງ ແຕ່ການຈັດຕັ້ງປະຕິບັດ ຍັງບໍ່ທັນໄດ້ດີ ແມ່ນຕ້ອງໄດ້ປັບປຸງ ແລະ ບໍ່ປ່ຽນແປງ ແຜ​ນ​ນະ​ໂຍ​ບາຍພຽງແຕ່ຍ້ອນ ການຈັດຕັ້ງປະຕິບັດ ອ່ອນນ້ອຍ, ແຕ່ກໍບໍ່ຮັກສາ ວິທີເຮັດແບບເກົ່າ ເມື່ອສະພາບ ຕົວຈິງ ໄດ້ປ່ຽນແປງ. ກ່ຽວກັບຈຸດປະສົງ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງຕ້ອງເຮັດໃຫ້ຈະແຈ້ງສອງໄລຍະ ທີ່ມີລັກສະນະ ສືບທອດ ແລະ ພັດ​ທະ​ນາ: ຮອດປີ 2030 ຕ້ອງສ້າງ ການຫັນປ່ຽນ​ໂດຍ​ພື້ນ​ຖານ ແທ້ຈິງໃນວຽກງານ ພະນັກງານ; ສ້າງ​ລະບອບລະບຽນ​ການ, ຕຳແໜ່ງງານ, ຂອບ​ມາດ​ຖານຄວາມສາມາດ, ການປະເມີນ, ການສ້າງແຫຼ່ງກຳ​ລັງ, ຖານຂໍ້ມູນ ແລະ ການຄຸ້ມຄອງ ຖັນແຖວ ພະນັກງານໃຫ້​ສົມ​ບູນ​ແບບ​ໂດຍ​ພື້ນ​ຖານ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ:

“ຕ້ອງປັບປຸງ ບັນດາ ຂໍ້ກຳນົດ ຂອງພັກ ແລະ ກົດໝາຍ ຂອງລັດໃຫ້​ສົມ​ບູນ​ແບບຢ່າງຄົບຊຸດ; ແບ່ງ​ກຳ​ນົດຂອບເຂດ ສິດອຳນາດ ຂອງແຕ່ລະຂັ້ນ, ແຕ່ລະເຈົ້າ​​ກຳຢ່າງຈະແຈ້ງ; ຫຼີກ​ລ້ຽງການທັບຊ້ອນ, ລະ​ບຽບ​ການທີ່ບໍ່ຈຳເປັນ. ຖານຂໍ້​ມູນພະນັກງານ ຕ້ອງໃຫ້ "ຖືກຕ້ອງ, ຄົບ​ຖ້ວນ, ສະອາດ, ມີຊີວິດ", ປອດໄພ, ໄດ້ຮັບການອັບເດດ ແລະ ກວດ​ກາຢັ້ງຢືນ, ຮັບໃຊ້ການຄຸ້ມຄອງ, ການວິເຄາະ, ການຄາດຄະ​ເນ, ການຄົ້ນຫາແຫຼ່ງພະນັກງານ, ການແຈ້ງເຕືອນ ຄວາມສ່ຽງ. ການນຳໃຊ້ ຖານຂໍ້ມູນຂະໜາດໃຫຍ່ (Big Data) ແລະ ປັນຍາປະດິດ (AI) ຕ້ອງມີ ຄວາມຮັບຜິດຊອບ.”


top