• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ເຈິ່ນ ແທງເໝີ້ນ: “ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງໃນທຸກການຕັດສິນຂອງລັດຖະສະພາ”

ກອງປະຊຸມໃຫຍ່ AIPA ຄັ້ງທີ 47, ພາຍໃຕ້ຫົວຂໍ້ ລັດຖະສະພາຮັບປະກັນໃຫ້ ອາຊຽນ ມີສັນຕິພາບ, ວັດທະນະຖາວອນ ແລະ ຖືປະຊາຊົນເປັນໃຈກາງ" ເປັນການສົມທົບກັນຢ່າງແຮງ, ການຮ່ວມເດີນທາງຂອງບັນດາອົງການນິຕິບັນຍັດໃນການປະຕິບັດການຫັນຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ, ກ່າວປາໄສທີ່ວາລະປະຊຸມຄົບຄະນະ. (ພາບ: VNA))

ຕອນບ່າຍວັນທີ 18 ພະຈິກ, ຢ​ູ່​ນະ​ຄອນ​ຫຼວງ ມະນີລາ (ຟີລິບປິນ), ໃນຂອບ​ເຂດກອງປະຊຸມສະ​ມັດ​ຊາ​ໃຫຍ່ລັດສະພາລະ​ຫວ່າງ​ຊາດອາຊຽນ ຄັ້ງທີ 47 (AIPA-47), ໄດ້ຈັດວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ​ໜຶ່ງ​ໂດຍທ່ານ Faustino “Bojie” G. Dy III, ປະທານຕ່ຳຟີລິບປິນ, ປະທານ AIPA-47 ເປັນປະທານ. ທ່ານ ເຈິ່ນ ແທງເໝີ້ນ ປະທານສະພາແຫ່ງຊາດ ຫວຽດ​ນາມ ໄດ້ເຂົ້າຮ່ວມ ແລະ ມີ​ບົດ​ກ່າວ​ປາ​ໄສສຳຄັນ.

​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ, ​ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ AIPA ຄັ້ງທີ 47, ພາຍໃຕ້ຫົວຂໍ້ ລັດຖະສະພາຮັບປະກັນ​ໃຫ້ ອາ​ຊຽນ ມີສັນຕິພາບ, ​ວັດ​ທະ​ນະ​ຖາ​ວອນ ແລະ ຖືປະຊາຊົນ​ເປັນ​ໃຈ​ກາງ" ເປັນການ​ສົມ​ທົບ​ກັນ​ຢ່າງ​ແຮງ, ການຮ່ວມເດີນ​ທາງ​ຂອງ​ບັນ​ດາອົງການນິຕິບັນຍັດໃນການ​ປະ​ຕິ​ບັດ​ການ​ຫັນ​ຄວາມ​ຄາດຫວັງໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ແລະ ​ບັນ​ດາເສົາຄ້ຳຍຸດທະສາດຂອງ ອາຊຽນ ເມື່ອ​ກ້າວ​ເຂົ້າສູ່ໄລຍະຜັນ​ຂະ​ຫຍາຍ​ການ​ປະຕິບັດວິໄສທັດປະຊາຄົມ ອາຊຽນ 2045. ເພື່ອຫັນ​ບັນ​ດາ​ຫົວ​ຂໍ້​ຂອງ AIPA-47 ​ໃຫ້​ປະ​ກົດ​ຜົນເປັນຈິງ, ​ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ແບ່ງປັນ​ວ່າ:

“ລັດຖະສະພາບັນ​ດາ​ປະ​ເທດຕ້ອງນຳ​ໜ້າໃນການ​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ປັບປຸງກົດໝາຍໃຫ້ສອດຄ່ອງເພື່ອລົບລ້າງຮົ້ວ​ກີດ​ຂວາງ​ດ້ານ​ການຄ້າ, ຊຸກ​ຍູ້​ການເຊື່ອມຕໍ່ເສດຖະກິດພາຍໃນກຸ່ມ ແລະ ເຊື່ອມຕໍ່ລະບົບສະໜອງ. ພິ​ເສດ, ຕ້ອງ​ໃຫ້​ບຸ​ລິ​ມະ​ສິດ​ສ້າງຂອບ​ນິ​ຕິ​ກຳ​ໃຫ້​ແກ່​ບັນ​ດາ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່, ຮັບ​ປະ​ກັນ​ວ່າບໍ່ມີປະເທດໃດຖືກປະໄວ້ຢູ່ທາງຫຼັງ. ​ຖືປະຊາຊົນ​ເປັນໃຈກາງ​ໃນ​ ​ທຸກ​​ຄຳ​ຕັດ​ສິນ​ລັດຖະສະພາ.”

ກ່ອນໜ້ານັ້ນ, ​ໃນ​ວາ​ລະເປີດ​ຄົບ​ຄະ​ນະ​, ກອ​ງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ AIPA ໄດ້ຈັດພິທີຮັບເອົາລັດຖະສະພາແຫ່ງຊາດ ຕີມໍແລສເຕ ເຂົ້າເປັນສະມາຊິກ​ທາງ​ການຂອງ AIPA.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະມັດຊາໃຫຍ່ລັດສະພາລະຫວ່າງຊາດອາຊຽນ ຄັ້ງທີ 47

ໄຂກອງປະຊຸມສະມັດຊາໃຫຍ່ລັດສະພາລະຫວ່າງຊາດອາຊຽນ ຄັ້ງທີ 47

ກອງປະຊຸມສະມັດຊາໃຫຍ່ລັດສະພາລະຫວ່າງຊາດອາຊຽນ ຄັ້ງທີ 47 (AIPA-47) ດ້ວຍຫົວຂໍ້ "ລັດຖະສະພາຮັບປະກັນໃຫ້ ອາຊຽນ ມີສັນຕິພາບ, ວັດທະນະຖາວອນ ແລະ ຖືປະຊາຊົນເປັນໃຈກາງ".

Top