10 ໂມງເຊົ້າຂອງວັນທີ 14 ເມສາ ຕາມເວລາທ້ອງຖິ່ນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ ປັກກິ່ງ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ສປ. ຈີນ, ຕາມຄຳເຊື້ອເຊີນຂອງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສປ. ຈີນ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຮອດສະໜາມບິນສາກົນ ປັກກິ່ງ (ພາບ: VOV)
ອອກຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະໜາມບິນ ປັກກິ່ງ ມີທ່ານ ຢິນຫຼີ ເລຂາຄະນະພັກນະຄອນ ປັກກິ່ງ; ທ່ານ ຟ້າມແທັງບິ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ພ້ອມດ້ວຍພະນັກງານສະຖານທູດ, ນັກສຶກສາ ຫວຽດນາມ ຈຳນວນຫຼາຍທີ່ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ ຈີນ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມດ້ວຍພັນລະຍາ ຖ່າຍຮູບພ້ອມກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ແລະ ນັກສຶກສາ ຫວຽດນາມ ຮ່ຳຮຽນຢູ່ ຈີນ (ພາບ: VOV)
ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມີການພົບປະຂັ້ນສູງທີ່ສຳຄັນກັບທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານ ປະເທດ ຈີນ ແລະ ພົບປະກັບບັນດາການນຳຂັ້ນສູງອື່ນຂອງ ຈີນ, ເພື່ອພ້ອມກັນລົງເລິກແລກປ່ຽນກ່ຽວກັບທິດທາງ, ມາດຕະການໃຫຍ່ ແນໃສ່ນຳສາຍພົວພັນສອງຝ່າຍກ້າວເຂົ້າສູ່ໄລຍະພັດທະນາໃໝ່, ໝັ້ນທ່ຽງ ແລະ ຍືນຍົງກວ່າ, ຍົກຂຶ້ນສູ່ລະດັບສູງກວ່າ.
(ແຫ່ງຄັດຈາກ VOV)