ຂ່າວສານ

ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເດີນ​ທາງ​ໄປຮອດ ປັກ​ກິ່ງ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່​ຈີນ

10 ໂມງ​ເຊົ້າ​ຂອງວັນ​ທີ 14 ເມ​ສາ ຕາມ​ເວ​ລ​າ​ທ້ອງ​ຖິ່ນ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​​ເດີນ​ທາ​ງ​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ ປັກ​ກິ່ງ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ​ປ. ຈີນ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ສີ​ຈີ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຈີນ, ປະ​ທານ​ປະ​ເທດ ສ​ປ. ຈີນ.
  ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເດີນ​ທາ​ງ​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ ປັກ​ກິ່ງ (ພາບ​: VOV)  

ອອກ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢູ່​ສະ​ໜາ​ມ​ບິນ ປັກ​ກິ່ງ ມີ​ທ່ານ ຢິນຫຼີ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ປັ​ກ​ກິ່ງ; ທ່ານ​ ຟ້າມ​ແທັງ​ບິ່ງ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫວຽດ​ນາມ ປະ​ຈຳ ຈີນ ພ້ອມ​ດ້ວຍ​ພະ​ນັກ​ງານສະ​ຖານ​ທູດ, ນັກ​ສຶກ​ສາ ຫວຽດ​ນາມ ຈຳ​ນວນຫຼາຍ​ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ຢູ່ ຈີນ.

  ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ຖ່າຍ​ຮູບ​ພ້ອມ​ກັບ​ພໍ່​ແມ່​ພີ່​ນ້ອງ​ຊາວ ຫວຽດ​ນາມ ແລະ ນັກ​ສຶ​ກ​ສາ ຫວຽດ​ນາມ ຮ່ຳ​ຮຽນ​ຢູ່ ຈີນ (ພາບ: VOV)  

ໃນ​ຂອບ​ເຂດ​ກາ​ນ​ຢ້ຽມ​ຢາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ມີ​ການ​ພົບ​ປະ​ຂັ້ນ​ສູງ​ທີ່​ສຳ​ຄັນ​ກັບ​ທ່ານ ສີ​ຈີ້ນ​ຜິງ ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ ປະ​ເທດ ຈີນ ແລະ ພົບ​ປະ​ກັບ​ບັນ​ດາ​ການ​ນຳ​ຂັ້ນ​ສູງ​ອື່ນ​ຂອງ ຈີນ, ເພື່ອ​ພ້ອມ​ກັນ​ລົງ​ເລິກ​ແລກ​ປ່ຽນ​ກ່ຽວ​ກັບ​ທິດ​ທາງ, ມາດ​ຕະ​ການ​ໃຫຍ່ ແນ​ໃສ່​ນຳ​ສາຍ​ພົ​ວ​ພັນ​ສອງ​ຝ່າຍ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່, ໝັ້ນ​ທ່ຽງ ແລະ ຍືນ​ຍົງ​ກວ່າ, ຍົກ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ.


top