ພາຍຫຼັງມີບົດກ່າວຄຳເຫັນສຳຄັນໃນສະພາແຫ່ງຊາດ ສີລັງກາ, ຕອນບ່າຍວັນທີ 08 ພຶດສະພາ, ຢູ່ນະຄອນຫຼວງ Colombo, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ພົບປະກັບທ່ານ Jagath Wickramaratne ປະທານສະພາແຫ່ງຊາດ ສີລັງກາ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານສະພາແຫ່ງຊາດ ສີລັງກາ Jagath Wickramaratne (ພາບ: TTXVN)
ໃນການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ ສະພາແຫ່ງຊາດ ສີລັງກາ ຈະຮັບຮອງເອົາບັນດານະໂຍບາຍພິເສດສະເພາະສຳລັບບັນດາວິສາຫະກິດ ຫວຽດນາມ ທີ່ມາລົງທຶນຢູ່ ສີລັງກາ ໃນບັນດາຂົງເຂດ: ພື້ນຖານໂຄງລ່າງ, ການບໍລິການ, ການທ່ອງທ່ຽວ, ລົດໄຟຟ້າ, ເຕັກໂນໂລຢີ, ໂທລະຄົມມະນາຄົມ; ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາບໍລິສັດການບິນ ຫວຽດນາມ ເປີດຖ້ຽວບິນໂດຍກົງເຊື່ອມຕໍ່ລະຫວ່າງສອງປະເທດໂດຍໄວ; ພ້ອມດຽວກັນນັ້ນ, ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ, ດຳເນີນທຸລະກິດຢູ່ ສີລັງກາ.
ສ່ວນທ່ານປະທານສະພາແຫ່ງຊາດ Jagath Wickramaratne ໄດ້ເນັ້ນໜັກວ່າ ບົດກ່າວປາໄສຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕໍ່ສະພາແຫ່ງຊາດ ສີລັງກາ ແມ່ນມີຄວາມໝາຍປະຫວັດສາດ. ບົດກ່າວປາໄສເຫຼົ່ານີ້ ບໍ່ພຽງແຕ່ສ້າງແຮງບັນດານໃຈໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດ ສີລັງກາ ເທົ່ານັ້ນ ຫາກນັບທັງຜູ້ມີສິດເລືອກຕັ້ງຂອງປະເທດນີ້ອີກດ້ວຍ. ບົດກ່າວປາໄສໄດ້ລະບຸຫຼາຍບົດຮຽນປະສົບການອັນລ້ຳຄ່າສຳລັບ ສີລັງກາ ໃນວິວັດທະນາການພັດທະນາປະເທດຊາດ.
(ແຫຼ່ງຄັດຈາກ VOV)