• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ ສ. ສິງ​ກະ​ໂປ

ຕອນ​ເຊົ້າ​ວັນ​ທີ 29 ພຶ​ດ​ສະ​ພາ​, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນສູງ​ ຫວຽດ​ນາມ ໄດ້​ເດີນ​ທາງ​​ໄປຮອດ​ສະ​ໜາມ​ບິນ​ສາ​ກົນ Changi, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສິງ​ກະ​ໂປ ແຕ່​ວັນ​ທີ 29 – 31 ພຶດ​ສະ​ພາ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ Tharman Shanmugaratnam ປະ​ທາ​ນາ​ທິ​ບໍ​ດີ ສ.ສິງ​ກະ​ໂປ ແລະ​ ພັນ​ລະ​ຍາ.
  ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ຢູ່​ສະ​ໜາມ​ບິນ Changi, ສິງ​ກະ​ໂປ (ພາບ:TTXVN)  

ໃນ​ໄລ​ຍະ​ເຄ​ື່ອນ​ໄຫວ​ຢູ່ ສິງ​ກະ​ໂປ, ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຈາກ​ທ່ານ Bastian Giegerich ຜູ້​ອຳ​ນວຍ​ການ​ໃຫຍ່​ທັງ​ເປັນ​ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ສາ​ກົນ (IISS), ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຈະ​ເຂົ້າ​ຮ່ວມ ແລະ ມີ​ບົດ​ກ່າວ​ປາ​ໄສ​ເປີດ​ຄ​ຳ​ນຳ​ສະ​ເໜີກອງ​ປະ​ຊຸມ Shangri- La ໃນ​ວັນ​ທີ 29 ພຶດ​ສະ​ພາ.

ເມື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢູ່​ສະ​ໜາມ​ບິນ, ຝ່າຍ ສ​ິງ​ກະ​ໂປ ມີ​ທ່ານ Josephine Teo ລັດ​ຖະ​ມົນ​ຕີ​ກະ​ຊວງ​ພັດ​ທະ​ນາ​ດີ​ຈີ​ຕອນ ແລະ ຖະ​ແຫຼງ​ຂ່າວ, ທ່ານ Rajpal Singh ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ ປະ​ຈຳ ຫວຽດ​ນາມ; ຝ່າຍ ຫວຽດ​ນາມ ມີ​ທ່ານ ເຈິ່ນ​ເຟືອກ​ແອັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ ພ້ອມ​ດ້ວຍ​ພັນ​ລະ​ຍາ, ບັນ​ດາພະ​ນັກ​ງານສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ​.

ສຳ​ລັບ​ກອງ​ປະ​ຊຸມ Shangri- La, ນີ້​ແມ່ນ​ຄັ້ງ​ທຳ​ອິດ ທີ່​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ມີ​ບົດ​ກ່າວ​ປາ​ໄສ​ເປີດ​ຄຳ​ນຳ​ສະ​ເໜີ​ໃນ​ເວ​ທີ​ປາ​ໄສ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​ທີ່​ມີ​ຊື່​ສຽງ​ແຖວ​ໜ້າ​ຂອງ ອາ​ຊີ ແລະ ໃນ​ໂລກ. ໂດຍ​ເປັນ​ທຳ​ນຽມ​ແລ້ວ, ແຕ່​ລະ​ປີ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ສາ​ກົນ (IISS) ລ້ວນ​ແຕ່​ສະ​ຫງວນ​ບົດ​ກ່າວ​ປາ​ໄສ​ທຳ​ອິດ ແລະ ສຳ​ຄັນ​ແຖວ​ໜ້າ​ຂອງ​ເຫດ​ການ​ນີ້ ໃຫ້​ແກ່​ການ​ນຳ, ປະ​ມຸກ​ລັດ​ບັນ​ດາ​ປະ​ເທດ​ທີ່​ມີ​ບົດ​ບາດ ແລະ ສຽງ​ເວົ້າ​​ທີ່ນັບ​ມື້​ນັບ​ມີ​ນ້ຳ​ໜັກ​ຕໍ່​ກັບສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.

ກ່ອນ​ໜ້າ​ນັ້ນ, ຕອນ​ຄ່ຳ​ວັນ​ທີ 28 ພຶດ​ສ​ະ​ພາ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ພັ​ນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອ​ກ​ຈາກນະ​ຄອນຫຼວງ ບາ​ງກອກ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ ໄທ ຢ່າງ​ເປັນ​ທາງ​ການ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ສິງ​ກະ​ໂປ

ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ສິງ​ກະ​ໂປ

ຕອ​ນ​ເຊົ້າ​ວັນ​ທີ 29 ພຶດ​ສະ​ພາ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ລະ​ດັບ​ຊາດທີ່​ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ​ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ໄດ້​ພົບ​ປະ​ ກັບ​ທ່ານ Tharman Shanmugaratnam ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ.

Top