ຕອນເຊົ້າວັນທີ 29 ພຶດສະພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Changi, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ ແຕ່ວັນທີ 29 – 31 ພຶດສະພາ ຕາມຄຳເຊື້ອເຊີນຂອງທ່ານ Tharman Shanmugaratnam ປະທານາທິບໍດີ ສ.ສິງກະໂປ ແລະ ພັນລະຍາ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມດ້ວຍພັນລະຍາ ຢູ່ສະໜາມບິນ Changi, ສິງກະໂປ (ພາບ:TTXVN)
ໃນໄລຍະເຄື່ອນໄຫວຢູ່ ສິງກະໂປ, ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານ Bastian Giegerich ຜູ້ອຳນວຍການໃຫຍ່ທັງເປັນຜູ້ອຳນວຍການຝ່າຍບໍລິຫານສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເຂົ້າຮ່ວມ ແລະ ມີບົດກ່າວປາໄສເປີດຄຳນຳສະເໜີກອງປະຊຸມ Shangri- La ໃນວັນທີ 29 ພຶດສະພາ.
ເມື່ອຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະໜາມບິນ, ຝ່າຍ ສິງກະໂປ ມີທ່ານ Josephine Teo ລັດຖະມົນຕີກະຊວງພັດທະນາດີຈີຕອນ ແລະ ຖະແຫຼງຂ່າວ, ທ່ານ Rajpal Singh ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ; ຝ່າຍ ຫວຽດນາມ ມີທ່ານ ເຈິ່ນເຟືອກແອັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ພ້ອມດ້ວຍພັນລະຍາ, ບັນດາພະນັກງານສະຖານທູດ ຫວຽດນາມ ປະຈຳ ສິງກະໂປ.
ສຳລັບກອງປະຊຸມ Shangri- La, ນີ້ແມ່ນຄັ້ງທຳອິດ ທີ່ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ມີບົດກ່າວປາໄສເປີດຄຳນຳສະເໜີໃນເວທີປາໄສການປ້ອງກັນຊາດ - ປ້ອງກັນຄວາມສະຫງົບທີ່ມີຊື່ສຽງແຖວໜ້າຂອງ ອາຊີ ແລະ ໃນໂລກ. ໂດຍເປັນທຳນຽມແລ້ວ, ແຕ່ລະປີ, ສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS) ລ້ວນແຕ່ສະຫງວນບົດກ່າວປາໄສທຳອິດ ແລະ ສຳຄັນແຖວໜ້າຂອງເຫດການນີ້ ໃຫ້ແກ່ການນຳ, ປະມຸກລັດບັນດາປະເທດທີ່ມີບົດບາດ ແລະ ສຽງເວົ້າທີ່ນັບມື້ນັບມີນ້ຳໜັກຕໍ່ກັບສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ.
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 28 ພຶດສະພາ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ບາງກອກ, ສິ້ນສຸດການຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ.