ໃນສັງກາດພັດທະນາໃໝ່, ມະຕິເລກທີ 80 ຂອງກົມການເມືອງ ແລະ ມະຕິເລກທີ 28 ຂອງສະພາແຫ່ງຊາດໄດ້ກຳນົດບັນດາແຜນນະໂຍບາຍ, ນະໂຍບາຍພັດທະນາວັດທະນະທຳ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ (ພາບ: VNA)
ຕອນເຊົ້າວັນທີ 24 ພະຈິກ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ສສ.ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເປັນກຽດຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນດຳເນີນກອງປະຊຸມວັດທະນະທຳທົ່ວປະເທດຄັ້ງທີ 1 (24/11/1946 – 24/11/2026). ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ ວັນທີ 24 ພະຈິກ 1946, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ທ່ານປະທານ ໂຮ່ຈີມິນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂກອງປະຊຸມວັດທະນະທຳທົ່ວປະເທດຄັ້ງທີ 1. ກອງປະຊຸມສືບທອດຈິດໃຈໂຄງຮ່າງວັດທະນະທຳ ຫວຽດນາມ ປີ 1943 ດ້ວຍສາມຫຼັກການ ຊົນຊາດ, ວິທະຍາສາດ, ມະຫາຊົນ, ຕັ້ງວັດທະນະທຳເຂົ້າໃນການພົວພັນຢ່າງສະໜິດແໜ້ນກັບພາລະກຳຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ. ທ່ານໃຫ້ຮູ້ວ່າ:
ຢູ່ກອງປະຊຸມ, ປະທານ ໂຮ່ຈີມິນ ໄດ້ຢັ້ງຢືນວ່າ: ວັດທະນະທຳຕ້ອງສ່ອງແສງເຍືອງທາງໃຫ້ແກ່ປະຊາຊົນກ້າວເດີນ”. ເພິ່ນຖືຄວາມຜາສຸກຂອງປະຊາຊົນເປັນພື້ນຖານໃຫ້ວັດທະນະທຳໃໝ່, ຍົກສູງສະຕິເປັນເຈົ້າຕົນເອງ, ຕັກເຕືອນພວກເຮົາຮ່ຳຮຽນສິ່ງທີ່ດີງາມຂອງໂລກ, ດັດປັບຄວາມລຶ້ງເຄີຍທີ່ບໍ່ດີ ໃນສັງຄົມ ແລະ ເບິ່ງແຍງດູແລລຸ້ນໜຸ່ມ. ການເບິ່ງແຍງດູແລວັດທະນະທຳແມ່ນເຕົ້າໂຮມຈິດໃຈຄົນ, ຫັນນ້ຳໃຈຮັກຊາດຂອງປະຊາຊົນແຕ່ລະຄົນ ກາຍເປັນກຳລັງແຮງແຫ່ງການກະທຳທີ່ມີເປັນເອກະພາບຂອງທົ່ວທັງຊາດ. ບົດຮຽນນີ້ຍັງມີຄຸນຄ່າເໝືອນເດີມມາຮອດປັດຈຸບັນ.
ໃນສັງກາດພັດທະນາໃໝ່, ມະຕິເລກທີ 80 ຂອງກົມການເມືອງ ແລະ ມະຕິເລກທີ 28 ຂອງສະພາແຫ່ງຊາດໄດ້ກຳນົດບັນດາແຜນນະໂຍບາຍ, ນະໂຍບາຍພັດທະນາວັດທະນະທຳ. ສິ່ງສຳຄັນທີ່ສຸດແມ່ນນຳບັນດານະໂຍບາຍຊີ້ຂາດເຂົ້າຊີວິດຕົວຈິງ, ເສີມຂະຫຍາຍບົດບາດຂອງວັດທະນະທຳໃນການກຳນົດທິດທາງພັດທະນາປະເທດຊາດ, ການເຕີບໂຕເສດຖະກິດຕ້ອງຕິດພັນກັບຄຸນນະພາບການດຳລົງຊີວິດ ແລະ ການພັດທະນາຢ່າງຮອບດ້ານຂອງມະນຸດ.
(ແຫຼ່ງຄັດຈາກ VOV)