ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມສະເໜີຕ້ອງເບິ່ງແຍງອະນຸລັກຮັກສາ ແລະ ຖ່າຍທອດມໍລະດົກ, ກ່ອນອື່ນໝົ້ດດ້ວຍການເບິ່ງແຍງດູແລຜູ້ຄົນພວມເກັບຮັກສາ, ປະຕິບັດມໍລະດົກ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ວັນບຸນ (ພາບ: VNA)
ເພີ່ມພູນຄູນສ້າງຄວາມສະໜິດຕິດພັນລະຫວ່າງບັນດາປະຊາຄົມ, ສ້າງຄວາມເອກອ້າງທະນົງໃຈ ແລະ ຄວາມຮັບຜິດຊອບລວມຕໍ່ບ້ານເກີດເມືອງນອນພາຍຫຼັງໂຮມເຂົ້າກັນ. ນັ້ນແມ່ນຫົວຂໍ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢູ່ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ (18/11) ແລະ ວັນວັດທະນະທຳ ຫວຽດນາມ (24/11) ຢູ່ແຂວງວິງລອງ, ໃນຕອນເຊົ້າວັນທີ 5 ພະຈິກ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມສະເໜີຕ້ອງເບິ່ງແຍງອະນຸລັກຮັກສາ ແລະ ຖ່າຍທອດມໍລະດົກ, ກ່ອນອື່ນໝົ້ດດ້ວຍການເບິ່ງແຍງດູແລຜູ້ຄົນພວມເກັບຮັກສາ, ປະຕິບັດມໍລະດົກ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງຕ້ອງສ້າງວັດທະນະທຳຈາກແບບແຜນການດຳລົງຊີວິດ ແລະ ວິທີການປະພຶດປະຈຳວັນຂອງແຕ່ລະຄອບຄົວ, ແຕ່ລະປະຊາຄົມ:
ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນໝົດທຸກຄົນໄດ້ເຂົ້າຮ່ວມ, ມີຫົວຄິດປະດິດສ້າງ ແລະ ຊົມໃຊ້ວັດທະນະທຳ. ຕ້ອງເອົາໃຈໃສ່ ຕໍ່ເດັກນ້ອຍ, ຜູ້ອາຍຸສູງ, ຄົນພິການ, ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ ແລະ ພໍ່ແມ່ປະຊາຊົນເຂດຫ່າງໄກໃຈກາງກວ່າອີກ. ວັນບຸນວັດທະນະທຳ ຫວຽດນາມແມ່ນໂອກາດເພື່ອເປີດກວ້າງປະຕູໃຫ້ບັນດາກົນໄກວັດທະນະທຳ, ນຳການເຄື່ອນໄຫວດ້ານວັດທະນະທຳຫຍັບໃກ້ເຂົ້າປະຊາຊົນກວ່າ. ແຕ່ລະທ້ອງຖິ່ນ ຕ້ອງຄັດເລືອກວິທີການເຮັດທີ່ສອດຄ່ອງກັບເງື່ອນໄຂຂອງຕົນ, ລະດົມການເຂົ້າຮ່ວມແບບອາສາສະໝັກຂອງປະຊາຄົມ. ພິເສດ, ຕ້ອງສະຫງວນສະຖານທີ່ໃຫ້ຄົນລຸ້ນໜຸ່ມປະດິດຄິດສ້າງ, ເພື່ອໃຫ້ພວກນ້ອງໆທັງຮັບເອົາມໍລະດົກ, ທັງປະກອບສ່ວນຄຸນຄ່າໃໝ່ຕື່ມອີກ ດ້ວຍຄວາມເກັ່ງກ້າສາມາດ ແລະ ວິທີການເຮັດຂອງລຸ້ນຕົນ.
(ແຫຼ່ງຄັດຈາກ VOV)