ຕອນເຊົ້າວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງປະກອບອາວຸດ ນະຄອນຫຼວງ(19/10/1946 – 19/10/2026) ແລະ ຕ້ອນຮັບນາມມະຍົດວິລະຊົນປະກອບອາວຸດປະຊາຊົນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະດັບຫຼຽນກາ ວິລະຊົນກຳລັງປະກອບອາວຸດ ໃຫ້ແກ່ກຳລັງປະກອບອາວຸດນະຄອນຫຼວງ (ພາບ: VNA)
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ ນະຄອນຫຼວງ ຮ່າໂນ້ຍ ພວມຕັດສິນໃຈບືນຕົວຂຶ້ນ, ສ້າງນະຄອນຫຼວງ ແຫ່ງອະລິຍະທຳ - ສີວິໄລ - ທັນສະໄໝ - ຜາສຸກ”, ສຸມໃສ່ຜັນຂະຫຍາຍປະຕິບັດມະຕິເລກທີ 2 ວາງອອກໃນວັນທີ 17 ມີນາ 2026 ຂອງກົມການເມືອງ ກ່ຽວກັບການສ້າງສາ ແລະ ພັດທະນາ ນະຄອນຫຼວງ ຮ່າໂນ້ຍ ໃນສັງກາດໃໝ່, ກົດໝາຍວ່າດ້ວຍນະຄອນຫຼວງ, ການວາງແຜນກຳນົດສັງລວມນະຄອນຫຼວງວິໄສທັດ 100 ປີຢ່າງມີໄຊ. ທ່ານໃຫ້ຮູ້ວ່າ:
ສຸມໃສ່ສ້າງກຳລັງປະກອບອາວຸດນະຄອນຫຼວງ “ຢອດຢ້ຽມ, ກະທັດລັດ, ເຂັ້ມແຂງ , ປະຕິວັດ, ກອງຫຼວງ, ຍອດຢ້ຽມ, ທັນສະໄໝ; ສ້າງກຳລັງປະຈຳຖ້ອງຖິ່ນຢ່າງເຂັ້ມແຂງ, ກຳລັງສຳຮອງທີ່ເປັນຈຳນວນຫຼາຍ, ກຳລັງທະຫານລາດປ້ອງກັນຕົວຢູ່ທ້ອງຖິ່ນມີຄວາມເຂັ້ມແຂງ, ກວ້າງຂວາງ, ມີຄຸນນະພາບສູງ, ຕອບສະໜອງຄຳຮຽກຮ້ອງຕ້ອງການການປະຕິບັດໜ້າທີ່ໃນສະພາບການໃໝ່. ”
ທ່ານເລຂາທິການໃຫຍ່,ປະທານປະເທດ ໂຕເລິມ ຮຽກຮ້ອງວ່າ ໃນການສ້າງກຳລັງປະກອບອາວຸດນະຄອນຫຼວງ ຕ້ອງເພີ່ມທະວີການປັບປຸງການພົວພັນສາມັກຄີຢ່າງສະໜິດແໜ້ນລະຫວ່າງກອງທັບ - ປະຊາຊົນ, ປະກອບສ່ວນສ້າງຮາກຖານການເມືອງຢູ່ທ້ອງຖິ່ນໃຫ້ເຂັ້ມແຂງ, ສ້າງສາ “ການສະໜັບສະໜູນຈາກປະຊາຊົນ” ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງໝັ້ນແກ່ນ, ສືບຕໍ່ຍູ້ແຮງການປະຕິບັດຂະບວນການ “ທະຫານ ແລະ ທະຫານລາດປ້ອງກັນຕົວນະຄອນຫຼວງ ຮ່ວມແຮງຮ່ວາໃຈສ້າງຊົນນະບົດໃໝ່” ດ້ວຍການເພີ່ມທະວີການສ້າງຕົວເມືອງສີວິໄລ, ປະຕິບັດວຽກງານນະໂຍບາຍ, ແນວຫຼັງກອງທັບ, ການຕອບບູນແທນຄຸນ ແລະ ຜັນຂະຫຍາຍວຽກງານການທູດປ້ອງກັນຊາດ ຢ່າງມີປະສິດທິຜົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາຢາກໃຫ້ກຳລັງປະກອບອາວຸດ ແລະ ປະຊາຊົນທຸກຊັ້ນວັນນະ ນະຄອນຫຼວງ ຈະຕັດສິນໃຈປະຕິບັດວິໄສທັດນະຄອນຫຼວງ 100 ປີ.
(ແຫຼ່ງຄັດຈາກ VOV)