ບັນດາຕົວເລກສະຖິຕິໃຫ້ເຫັນວ່າ ປະມານ 50% ຈຳນວນລົດໂອໂຕຂາຍຢູ່ ອາເມລິກາ ແມ່ນໄດ້ຜະລິດຢູ່ພາຍໃນປະເທດ.
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບເອກະສານ: THX/TTXVN)
ກ່າວຄຳເຫັນກັບບັນດານັກຂ່າວເມື່ອວັນທີ 14 ກຸມພາ ຕາມເວລາທ້ອງຖິ່ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດຈະຈັດວາງພາສີສຳລັບລົດໂອໂຕນຳເຂົ້າ, ເພິ່ມເຕິ່ມເຂົ້າກະແສຈັດວາງພາສີຢ່າງເລິກເຊິ່ງກ້ວາງຂວາງຂອງທ່ານ ຊື່ງຄາດວ່າໃນວັນທີ 2 ເມສາທີ່ຈະມາເຖິງ. ການກະທຳນີ້ແມ່ນຂີດໝາຍຫຼ້າສຸດໃນການຕໍ່ສູ້ດ້ານການຄ້າທີ່ພວມແຜ່ຂະຫຍາຍອອກຢ່າງກ້ວາງຂວາງໂດຍໄວ ຊື່ງທ່ານ Donald Trump ປະຕິບັດຄຳໝັ້ນສັນຍາໃນບັ້ນຫາສຽງເລືອກຕັ້ງທີ່ວ່າ ຈັດວາງອັດຕາພາສີຮອບດ້ານທີ່ມີຕໍ່ບັນດາສຳພັນທະມິດ ແລະ ຄູ່ແຂ່ງຂອງ ອາເມລິກາ.
ບັນດາຕົວເລກສະຖິຕິໃຫ້ເຫັນວ່າ ປະມານ 50% ຈຳນວນລົດໂອໂຕຂາຍຢູ່ ອາເມລິກາ ແມ່ນໄດ້ຜະລິດຢູ່ພາຍໃນປະເທດ. ໃນຈຳນວນບັນດາປະເພດລົດໂອໂຕນຳເຂົ້າປະເທດນີ້, ມີປະມານເຄິ່ງໜຶ່ງແມ່ນມາຈາກ ເມັກຊິກໂກ ແລະ ການາດາ ແລະ ຈຳນວນທີ່ຍັງເຫຼືອແມ່ນມາຈາກບັນດາປະເທດຜະລິດລົດໂອໂຕອື່ນຄື: ຍີ່ປຸ່ນ, ສ.ເກົາຫຼີ ແລະ ເຢຍລະມັນ. ໃນປີ 2024, ອາເມລິກາ ໄດ້ນຳເຂົ້າລົດໂອໂຕປະມານ 8 ລ້ານຄັນ ດ້ວຍຍອດມູນຄ່າກ່ວາ 240 ຕື້ USD. ບັນດາຜູ້ຊ່ຽວຊານໄດ້ໃຫ້ຂໍ້ສັງເກດວ່າ ອັດຕາພາສີກ້ວາງຂວາງຈັດວາງໃສ່ລົດໂອໂຕນຳເຂົ້າທັງໝົດ ຈະສົ່ງຜົນກະທົບຢ່າງເລິກເຊິ່ງກ້ວາງຂວາງຕໍ່ຂະແໜງອຸດສາຫະກຳລົດໂອໂຕທົ່ວໂລກ.
(ແຫຼ່ງຄັດຈາກ VOV)