ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຂຶ້ນ​ແຜນ​ການ​ຈັດ​ວາງ​ພາ​ສີ​ນຳ​ເຂົ້າ​ລົດ​ໂອ​ໂຕ

ບັນດາຕົວເລກສະຖິຕິໃຫ້ເຫັນວ່າ ປະມານ 50% ຈຳນວນລົດໂອໂຕຂາຍຢູ່ ອາເມລິກາ ແມ່ນໄດ້ຜະລິດຢູ່ພາຍໃນປະເທດ.
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບເອກະສານ: THX/TTXVN)

 ກ່າວຄຳເຫັນກັບບັນດານັກຂ່າວເມື່ອວັນທີ 14 ກຸມພາ ຕາມເວລາທ້ອງຖິ່ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດຈະຈັດວາງພາສີສຳລັບລົດໂອໂຕນຳເຂົ້າ, ເພິ່ມເຕິ່ມເຂົ້າກະແສຈັດວາງພາສີຢ່າງເລິກເຊິ່ງກ້ວາງຂວາງຂອງທ່ານ ຊື່ງຄາດວ່າໃນວັນທີ 2 ເມສາທີ່ຈະມາເຖິງ. ການກະທຳນີ້ແມ່ນຂີດໝາຍຫຼ້າສຸດໃນການຕໍ່ສູ້ດ້ານການຄ້າທີ່ພວມແຜ່ຂະຫຍາຍອອກຢ່າງກ້ວາງຂວາງໂດຍໄວ ຊື່ງທ່ານ Donald Trump ປະຕິບັດຄຳໝັ້ນສັນຍາໃນບັ້ນຫາສຽງເລືອກຕັ້ງທີ່ວ່າ ຈັດວາງອັດຕາພາສີຮອບດ້ານທີ່ມີຕໍ່ບັນດາສຳພັນທະມິດ ແລະ ຄູ່ແຂ່ງຂອງ ອາເມລິກາ.

  ບັນດາຕົວເລກສະຖິຕິໃຫ້ເຫັນວ່າ ປະມານ 50% ຈຳນວນລົດໂອໂຕຂາຍຢູ່ ອາເມລິກາ  ແມ່ນໄດ້ຜະລິດຢູ່ພາຍໃນປະເທດ. ໃນຈຳນວນບັນດາປະເພດລົດໂອໂຕນຳເຂົ້າປະເທດນີ້, ມີປະມານເຄິ່ງໜຶ່ງແມ່ນມາຈາກ ເມັກຊິກໂກ ແລະ ການາດາ ແລະ ຈຳນວນທີ່ຍັງເຫຼືອແມ່ນມາຈາກບັນດາປະເທດຜະລິດລົດໂອໂຕອື່ນຄື: ຍີ່ປຸ່ນ, ສ.ເກົາຫຼີ ແລະ ເຢຍລະມັນ. ໃນປີ 2024, ອາເມລິກາ ໄດ້ນຳເຂົ້າລົດໂອໂຕປະມານ 8 ລ້ານຄັນ ດ້ວຍຍອດມູນຄ່າກ່ວາ 240 ຕື້ USD.  ບັນດາຜູ້ຊ່ຽວຊານໄດ້ໃຫ້ຂໍ້ສັງເກດວ່າ ອັດຕາພາສີກ້ວາງຂວາງຈັດວາງໃສ່ລົດໂອໂຕນຳເຂົ້າທັງໝົດ ຈະສົ່ງຜົນກະທົບຢ່າງເລິກເຊິ່ງກ້ວາງຂວາງຕໍ່ຂະແໜງອຸດສາຫະກຳລົດໂອໂຕທົ່ວໂລກ.


top