ຕອນເຊົ້າວັນທີ 12 ມິຖຸນາ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດເລືອງເກື່ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung.
ທ່ານປະທານປະເທດ ເລືອງເກື່ອງໂອ້ລົມທາງໂທລະສັບກັບທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ
ໃນການໂອ້ລົມທາງໂທລະສັບ, ທ່ານປະທານປະເທດ ເລືອງເກື່ອງເນັ້ນໜັກເຖິງການໂອ້ລົມທາງໂທລະສັບໂດຍໄວໃນຄັ້ງນີ້ ເປັນການສະແດງໃຫ້ເຫັນການເຄົາລົບນັບຖື ສ.ເກົາຫຼີ ສຳລັບການພົວພັນກັບ ຫວຽດນາມ. ທ່ານປະທານປະເທດ ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນ ກັບສ.ເກົາຫຼີ ແລະ ປາດຖະໜາຢາກພ້ອມກັບທ່ານປະທານາທິບໍດີ Lee Jae Myung ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ສືບຕໍ່ພັດທະນາຢ່າງແທ້ຈິງ, ມີປະສິດທິຜົນ, ຮອບດ້ານ ແລະ ຍາວນານໃນໄລຍະຈະມາເຖິງ. ສ່ວນທ່ານປະທານາທິບໍດີ Lee Jae Myung ຢັ້ງຢືນລັດຖະບານ ສ.ເກົາຫຼີຍາມໃດກໍ່ຖື ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ, ປາດຖະໜາຢາກຮ່ວມມືກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການພົວພັນສອງປະເທດໃຫ້ພັດທະນາຢ່າງແຮງກ່ວາອີກ.
(ແຫຼ່ງຄັດຈາກ VOV)