ບັນດາສະມາຊິກສະພາແຫ່ງຊາດໄດ້ເປັນເອກະພາບຕໍ່ຄວາມຈຳເປັນໃນການປະກາດໃຊ້ມະຕິສະບັບໃໝ່, ເພື່ອສ້າງເງື່ອນໄຂບຸກທະລຸໃຫ້ນະຄອນ ຫາຍຟ່ອງ ພັດທະນາ.
ທີ່ກອງປະຊຸມສະໄໝສາມັນເທື່ອທີ 9 (ພາບ: quochoi.vn)
ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຕອນເຊົ້າວັນທີ 13 ມິຖຸນາ, ສະພາແຫ່ງຊາດໄດ້ປຶກສາຫາລືທີ່ຫໍປະຊຸມກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດວ່າດ້ວຍການທົດລອງກົນໄກ, ນະໂຍບາຍພິເສດສະເພາະຈຳນວນໜຶ່ງເພື່ອພັດທະນານະຄອນ ຫາຍຟ່ອງ.
ບັນດາສະມາຊິກສະພາແຫ່ງຊາດໄດ້ເປັນເອກະພາບຕໍ່ຄວາມຈຳເປັນໃນການປະກາດໃຊ້ມະຕິສະບັບໃໝ່, ເພື່ອສ້າງເງື່ອນໄຂບຸກທະລຸໃຫ້ນະຄອນ ຫາຍຟ່ອງ ພັດທະນາກາຍເປັນຂົ້ວເຕີບໂຕໃໝ່, ແມ່ນໜຶ່ງໃນບັນດາສູນ logictic ຂອງທົ່ວປະເທດ, ກໍຄືບັນດານະໂຍບາຍກະໂດດຂັ້ນໃນຂົງເຂດການເງິນ - ງົບປະມານ, ການລົງທຶນ, ທີ່ດິນ, ວິທະຍາສາດເຕັກໂນໂລຊີ… ທີ່ນຳໃຊ້ສຳລັບນະຄອນ. ໂດຍຮັບເອົາ, ອະພິປາຍບັນດາບັນຫາທີ່ສະພາແຫ່ງຊາດຍົກອອກມາ, ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ຫງວຽນວັນທັງ, ໃຫ້ຮູ້ວ່າ:
“ບັນດານະໂຍບາຍສຳລັບເຂດການຄ້າເສລີ ໄດ້ສ້າງຂຶ້ນບົນພື້ນຖານການຄົ້ນຄວ້າ, ຕີລາຄາ, ໄຈ້ແຍກບັນດານະໂຍບາຍທີ່ພວມນຳໃຊ້ຢູ່ເຂດການຄ້າເສລີພາຍໃນປະເທດ ແລະ ເຂດການຄ້າເສລີທີ່ໄດ້ບັນລຸຜົນສຳເລັດໃນໂລກ ແລະ ມີການດັດປັບໃຫ້ສອດຄ່ອງຢູ່ນະຄອນ, ສະນັ້ນແມ່ນມີລະດັບເປີດສູງ. ໃນວິວັດການຜັນຂະຫຍາຍ ຈະຕີລາຄາ, ພິຈາລະນາສະເໜີເປີດກວ້າງ ແລະ ເປັນປະຖົມປັດໄຈເພື່ອໃຫ້ ຫວຽດນາມ ຫັນບັນດາຂໍ້ກຳນົດເຂດການຄ້າເສລີເປັນກົດໝາຍໃນຂອບເຂດທົ່ວປະເທດ”.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບການຄາດຄະເນໂຄງການຕິດຕາມຂອງສະພາແຫ່ງຊາດ.
(ແຫຼ່ງຄັດຈາກ VOV)