• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ​ ກ່າວ​ຄຳ​ເຫັນ​ນະ​ໂຍ​ບາຍ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ

ໃນ​ຂອບ​ເຂດ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 2 ພຶດ​ສະ​ພາ, ທ່ານ ນາງ Takaichi ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປ່ນ ໄດ້​ມາ​ຢ້ຽມ​ຢາມ ແລະ ມີ​ບົດ​ກ່າວ​ຄຳ​ເຫັນ​ນະ​ໂຍ​ບາຍ​ສຳ​ຄັນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ​ຮ່າ​ໂນ້ຍ.
  ທ່ານນາງ Takaichi Sanae ​ນາ​ຍົກ​ລັດ​ຖະ​ມົນຕີ ກ່າວ​ຄຳ​ເຫັນ​ນະ​ໂຍ​ບາຍ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ (ພາບ: TTXVN)  

ເປີດ​ສາກ​ບົດ​ກ່າວ​ຄຳ​ເຫັນ, ທ່ານ​ນາງ Takaichi ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ຢ້ຳ​ຄືນ​ຄວາມ​ຊົງ​ຈຳ​ການ​ຢ້ຽມ​ຢາມ ​ຫວຽດ​ນາມ ​ກ່ອນ​ນີ້ 6 ປີ ແລະ ສະ​ແດງ​ຄວາມ​ຫວັງ​ມາ​ຢ້ຽມ​ຢາມ​ ໂຮ້ຍ​ອານ​ ຄື່ນ​ໃໝ່ ເຊິ່ງ​ແມ່ນ​ສ​ະ​ຖານ​ທີ່​ມີ​ເຂດ​ຮ່ອງ​ຮອຍ​ວັດ​ຂົວ (Nihonbashi) ທີ່​ຫາ​ກໍ່​ໄດ້​ຮັບ​ການ​ປະ​ຕິ​ສັງ​ຂອນ​ດ້ວຍ​ການ​ຮ່ວມ​ມື​ກັບ ​ຍີ່​ປຸ່ນ​ ກ່ອນ​ນີ້ 2 ປີ. ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຍີ່​ປຸ່ນ ​ແລ້ວ, ນີ້​ແມ່ນ​ສິ່ງ​ພິ​ສູດ​ໃຫ້​ແກ່​ໄລ​ຍະ​ປະ​ຫວັດ​ສາດ​ກ່​ວາ 400 ປີ​ແຫ່ງ​ການ​ພົບ​ປະ​ແລກ​ປ່ຽນ​ການ​ຄ້າ ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ລະ​ຫວ່າງ​ສອງ​ຊາດ​ຢູ່​ເຂດ​ທະ​ເລ​ເສ​ລີ.

ເນື່ອ​ງ​ໃນ​ໂອກ​າດ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ​ທ່ານ Abe Shinzo ອະ​ດີດ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຍີ່​ປຸ່ນ ເປັນ​ຄັ້ງ​ທຳ​ອິດ​ສະ​ເໜີ​ຂໍ້​ລິ​ເລີ່ມ​ວິ​ໄສ​ທັດ ມະ​ຫາ​ສະ​ໝຸດ​ອິນ​ເດຍ ປາ​ຊີ​ຟິກ​ເສ​ລີ ແລະ ເປີດກວ້າງ (FOIP) ຢູ່​ແຄນ​ຢາ (2016). ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ Takaichi Sanae ຢັ້ງ​ຢຶນ​ລັກ​ສະ​ນະ​ສອດ​ຄ່ອງ​ຂອງ FOIP, ພິ​ເສດ​ເມື່ອ ອາ​ຊຽນ ຮັບ​ຮອງ​ເອົາ​ວິ​ໄສ​ທັດ ອາ​ຊຽນ ​ກ່ຽວ​ກັບ​ມະ​ຫາ​ສະ​ໝຸດອິນ​ເດຍ ປາ​ຊີ​ຟິກ ທີ່​ມີ​ຄຸນ​ຄ່າຫຼັກ​ໃນ​ປີ 2019.

(ແຫຼ່ງຄັດຈາກ VOV)

ໂປ​ໂລຍ ກ່າວ​ເຕືອນ​ໄພ​ແຕກ​ແຫງ​ກັບ ນາ​ໂຕ ພາຍຫຼັງ ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ຖອນ​ທະ​ຫານ​ອອກ​ຈາກ ເຢຍ​ລະ​ມັນ

ໂປ​ໂລຍ ກ່າວ​ເຕືອນ​ໄພ​ແຕກ​ແຫງ​ກັບ ນາ​ໂຕ ພາຍຫຼັງ ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ຖອນ​ທະ​ຫານ​ອອກ​ຈາກ ເຢຍ​ລະ​ມັນ

ຄຳ​ກ່າວ​ເຕືອນ​ຂອງທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ ຍົກ​ອອກ​ມາ​ພາຍຫຼັງ​ເວ​ລາ​ພຽງ 2, 3 ຊົ່ວ​ໂມງ​ທີ​ ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ຖອນ​ທະ​ຫານ​ປະ​ມານ 5000 ຄົນ​ອອກ​ຈາກ ເຢຍ​ລະ​ມັນ.

Top