• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລ​ຂາ​ທິ​ການ​ໃຫຍ່ ໂຕເລິມ ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ​ໂຮງ​ຮຽນຫຼາຍຊັ້ນລະດັບຕໍ່ເນື່ອງ ຢູ່ ​ດັກ​ລັກ

ໂຄງການໄດ້ຮັບການກໍ່ສ້າງບົນເນື້ອທີ່ ເກືອບ 6 ເຮັກຕາຢູ່ບ້ານ 8, ຕາແສງ ແອອາຣົກ, ດ້ວຍຍອດເງິນລົງທຶນແມ່ນ 150 ຕື້ດົ່ງ (ປະມານ 5,8 ລ້ານ USD), ສາມາດຮອງຮັບນັກຮຽນເກືອບ 700 ຄົນຢູ່ຕາແສງ ແອອາຣົກ ແລະ ເຂດໃກ້ຄຽງ.
ພິທີເລີ່ມລົງມືກໍ່ສ້າງ ໂຮງຮຽນສາມັນກິນນອນຊົນເຜົ່າ ຂັ້ນປະຖົມ, ມັດທະຍົມຕອນຕົ້ນ ຕາແສງ ແອອາຣົກ, ແຂວງ ດັກລັກ (ພາບ: VOV)

ໃນການເດີນທາງໄປປະຕິບັດງານຢູ່ ດັກລັກ, ຕອນເຊົ້າວັນທີ 11 ກຸມພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງ ໂຮງຮຽນສາມັນກິນນອນຊົນເຜົ່າ ຂັ້ນປະຖົມ, ມັດທະຍົມຕອນຕົ້ນ ຕາແສງ ແອອາຣົກ, ແຂວງ ດັກລັກ.

ໂຄງການໄດ້ຮັບການກໍ່ສ້າງບົນເນື້ອທີ່ ເກືອບ 6 ເຮັກຕາຢູ່ບ້ານ 8, ຕາແສງ ແອອາຣົກ, ດ້ວຍຍອດເງິນລົງທຶນແມ່ນ 150 ຕື້ດົ່ງ (ປະມານ 5,8 ລ້ານ USD), ສາມາດຮອງຮັບນັກຮຽນເກືອບ 700 ຄົນຢູ່ຕາແສງ ແອອາຣົກ ແລະ ເຂດໃກ້ຄຽງ.

ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ສະເໝີຕົ້ນສະເໝີປາຍຕໍ່ທັດສະນະກຳນົດການສຶກສາ ແລະ ບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ. ເພື່ອໃຫ້ໂຄງການໄດ້ກໍ່ສ້າງສຳເລັດ ເສີມຂະຫຍາຍໄດ້ປະສິດທິຜົນ ໂດຍໄວ ແລະ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີ:

ທາງແຂວງ ດັກລັດ ,ຂະແໜງການສຶກສາ ແລະ ບຳລຸງສ້າງ, ຄະນະພັກທຸກຂັ້ນ, ອຳນາດການປົກຄອງທ້ອງຖິ່ນ ແລະ ໂຮງຮຽນ ເປັນເຈົ້າການກະກຽມບັນດາເງື່ອນໄຂກ່ຽວກັບຖັນແຖວຄູອາຈານ, ຫຼັກສູດ, ເນື້ອໃນການສອນ; ຄຸ້ມຄອງ, ເຄື່ອນໄຫວ ແລະ ນຳໃຊ້ໂຄງການພາຍຫຼັງກໍ່ສ້າງສຳເລັດໃຫ້ເປັນຢ່າງດີ, ສ້າງສະພາບແວດລ້ອມຂອງການສຶກສາຢ່າງປອດໃສ, ຮອບດ້ານ, ເອົາໃຈໃສ່ເຖິງການສຶກສາຄຸນສົມບັດ, ແບບແຜນການດຳລົງຊີວິດ, ອຸດົມການ ແລະ ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ ບືນຕົວຂຶ້ນໃຫ້ແກ່ພວກນ້ອງໆນັກຮຽນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຢ້ຽມຢາມ, ອວຍພອນອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງ ດັກລັກ

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຢ້ຽມຢາມ, ອວຍພອນອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງ ດັກລັກ

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງບັນດາບັນຫາໃຫຍ່ທີ່ທ້ອງຖິ່ນຕ້ອງເອົາໃຈໃສ່ຜັນຂະຫຍາຍປະຕິບັດໃນໄລຍະຈະມາເຖິງ

Top