• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ທ່ານເລຂາທິການໃຫຍ່ ໂຕເລິມ ດຳເນີນການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

ການນຳ 2 ທ່ານໄດ້ເປັນເອກະພາບຢ່າງສູງບົນພື້ນຖານຄວາມຮັບຮູ້ລວມຂອງສາຍພົວພັນສາມັກຄີແບບພິເສດ, ໃນນັ້ນ ສືບຕໍ່ໃຫ້ບຸລິມະສິດສູງ, ຜັນຂະຫຍາຍບັນດາເນື້ອໃນຂອງຂໍ້ຕົກລົງຂັ້ນສູງ, ຖະແຫຼງການຮ່ວມລະຫວ່າງ 2 ປະເທດ
(ທີ່ການພົບປະເຈລະຈາ)

ຕອນເຊົ້າວັນທີ 05 ກຸມພາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດປະເທດ ສປປ.ລາວ. ການຢ້ຽມຢາມດຳເນີນໄປໃນວັນທີ 05 ກຸມພາ, ໂດຍປະຕິບັດຕາມຄຳເຊີນຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ.

ພິທີຕ້ອນຮັບເປັນທາງການທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ ຕາມພິທີສູງສຸດສະຫງວນໃຫ້ປະມຸກລັດ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບ. 

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ໂຕເລິມ ດຳເນີນການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

(ທ່ານເລຂາທິການໃຫຍ່ ໂຕເລິມ ທີ່ການພົບປະເຈລະຈາ)

 ທີ່ການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ:

“ບັນດາການຢ້ຽມຢາມຂັ້ນສູງແມ່ນໂອກາດສຳຄັນຍິ່ງ ເພື່ອໃຫ້ພວກເຮົາແລກປ່ຽນກ່ຽວກັບບັນດາການກຳນົດທິດໃຫຍ່ໃນການພົວພັນລະຫວ່າງ 2 ພັກ, 2 ລັດ, ພ້ອມກັນນັ້ນ ກໍ່ເປັນເອກະພາບບັນດາເນື້ອໃນຈຸດສຸມການຮ່ວມມື ເພື່ອຫັນເປັນລະອຽດ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກໃນອາຍຸການໃໝ່ໃຫ້ມີປະສິດທິຜົນ. ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຖືບັນດາຜົນສຳເລັດຂອງພັກ, ລັດ ແລະ ປະຊາຊົນ ລາວ ແມ່ນຄວາມປິຕິຊົມຊື່ນລວມ, ຍາມໃດກໍ່ເຊື່ອໝັ້ນ, ສະໜັບສະໜູນຢ່າງແຮງຕໍ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດລາວ.

ພວກຂ້າພະເຈົົ້າກໍ່ພ້ອມແລ້ວທີ່ຈະພ້ອມກັບພັກປະຊາຊົນປະຕິວັດລາວ ສືບຕໍ່ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເລິກເຊິ່ງກວ່າເກົ່າ, ຖືນີ້ແມ່ນຊັບສົມບັດອັນລ້ຳຄ່າ, ແມ່ນກົດເກນການພັດທະນາ, ແມ່ນປັດໄຈຮັບປະກັນໃຫ້ບັນດາໄຊຊະນະຂອງພາລະກິດການປະຕິວັດຂອງແຕ່ລະປະເທດໃນມື້ນີ້ ແລະ ໃນອະນາຄົດ”.

(ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

 ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເລືອກເອົາປະເທດ ລາວ ເປັນປະເທດທຳອິດໄປຢ້ຽມຢາມ ໃນຖານະຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV; ພ້ອມກັນນັ້ນ, ທ່ານກໍ່ຢືນຢັນວ່າ ການໄປຢ້ຽມຢາມທາງລັດຖະກິດປະເທດ ລາວ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ມີຄວາມໝາຍສຳຄັນພິເສດໃນປະຫວັດສາດຂອງການພົວພັນ 2 ປະເທດ.     

ການນຳ 2 ທ່ານໄດ້ເປັນເອກະພາບຢ່າງສູງບົນພື້ນຖານຄວາມຮັບຮູ້ລວມຂອງສາຍພົວພັນສາມັກຄີແບບພິເສດ, ໃນນັ້ນ ສືບຕໍ່ໃຫ້ບຸລິມະສິດສູງ, ຜັນຂະຫຍາຍບັນດາເນື້ອໃນຂອງຂໍ້ຕົກລົງຂັ້ນສູງ, ຖະແຫຼງການຮ່ວມລະຫວ່າງ 2 ປະເທດທີ່ບັນລຸໄດ້ໃນເດືອນ ທັນວາ 2025, ກໍຄືໝາກຜົນການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄປຢ້ຽມຢາມ ຫວຽດນາມ ໃນໄລຍະຜ່ານມາ (ວັນທີ 26 – 27 ມັງກອນ) ໃຫ້ມີປະສິດທິຜົນ. ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບນຳກັນໂດຍຖືວ່າ 2 ຝ່າຍຈະສືບຕໍ່ປ່ຽນແປງໃໝ່ຮູບແບບການຮ່ວມມື, ຍົກລະດັບຄຸນນະພາບ ແລະ ປະສິດທິຜົນຕາມທິດນັບມື້ນັບແທດຈິງ; ສະໜິດຕິດພັນລະຫວ່າງວິໄສທັດຍຸດທະສາດ ແລະ ການກະທຳລະອຽດຢ່າງແໜ້ນແຟ້ນ, ພ້ອມກັນນັ້ນ ກໍ່ເພີ່ມທະວີການສົມທົບຍຸດທະສາດລະຫວ່າງ 2 ພັກ, 2 ລັດ.

ເນື່ອງໃນໂອກາດນີ້, ການນຳ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະ ພາກພື້ນຢ່າງເລິກເຊິ່ງ, ກວ້າງຂວາງ.    

 ສິ້ນສຸດການພົບປະເຈລະຈາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີແລກປ່ຽນເອກະສານການຮ່ວມມືສຳຄັນຫຼາຍສະບັບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ອົງການທີ່ກ່ຽວຂ້ອງຂອງ 2 ປະເທດໃນຫຼາຍຂົງເຂດ; ສືບຕໍ່ສ້າງພື້ນຖານນິຕິກຳ ແລະ ກຳລັງໜູນໃໝ່, ຫັນເນື້ອໃນຫຸ້ນສ່ວນຍຸດທະສາດໃນການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)

ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ ລາວ​ກາຍ ພວມ​ມຸ່ງ​ໄປ​ເຖິງວັນ​ບຸນ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI

ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ ລາວ​ກາຍ ພວມ​ມຸ່ງ​ໄປ​ເຖິງວັນ​ບຸນ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI

ໂດຍແມ່ນຕາແສງຊາຍແດນ, ມີທັງໝົດ 55 ບ້ານ ດ້ວຍຈຳນວນຜູ້ມີສິດເລືອກຕັ້ງກວ່າ 18.000 ຄົນ, ຕາແສງ ບາດຊາດ ໄດ້ສຸມໃສ່ຍູ້ແຮງວຽກງານໂຄສະນາກ່ຽວກັບການເລືອກຕັ້ງດ້ວຍຫຼາຍຮູບແບບ.   ຜ່ານນັ້ນ, ໄດ້ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງເຫັນແຈ້ງຄວາມໝາຍ, ຄວາມສຳຄັນ, ສິດ ແລະ ພັນທະຂອງພົນລະເມືອງ, ສະຖານທີ່ກໍຄືເວລາປ່ອນບັດ.

Top