• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສິ້ນສຸດການເຂົ້າຮ່ວມສັບປະດາສຸດຍອດ APEC 2026 ແລະ ເຮັດວຽກສອງຝ່າຍຢູ່ ຈີນຢ່າງຈົບງາມ

ໃນຂອບເຂດສັບປະດາສຸດຍອດ APEC 2026, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເຂົ້າຮ່ວມກອງປະຊຸມບັນດາ​ການນຳເສດຖະກິດ APEC ຄັ້ງທີ 33; ກອງປະຊຸມສຸດຍອດວິສາຫະກິດ APEC 2026.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ພັນລະຍາ. (ພາບ: VNA)  

ຕອນບ່າຍວັນທີ 20 ພະຈິກ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ​ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ພັນ​ລະ​ຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນ​ທາງອອກຈາກແຂວງ ຢຸນໜານ, ສິ້ນສຸດການເຂົ້າຮ່ວມສັບປະດາສຸດຍອດ​ເວ​ທີ​ປາ​ໃສການຮ່ວມມືເສດ​ຖະ​ກິດ ອາຊີ-ປາຊີຟິກ (APEC) ຄັ້ງທີ 33 ແລະ ​ການເຮັດວຽກສອງຝ່າຍ​ຢູ່ ຈີນ (ແຕ່ວັນທີ 17-20 ພະຈິກ 2026) ຢ່າງ​ຈົບ​ງາມ ຕາມຄຳເຊີນຂອງທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ຈີນ ແລະ ພັນລະຍາ.

ໃນຂອບເຂດສັບປະດາສຸດຍອດ APEC 2026, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເຂົ້າຮ່ວມກອງປະຊຸມບັນ​ດາການນຳເສດຖະກິດ APEC ຄັ້ງທີ 33; ກອງປະຊຸມສຸດຍອດ​ວິ​ສາ​ຫ​ະ​ກິດ APEC 2026. ຢູ່ນອກສັບປະດາ​ສຸດຍອດ APEC 2026, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກໍ່ໄດ້​ມີ​ການພົບປະສອງຝ່າຍສຳຄັນກັບ​ການນຳຂອງ​ບັນ​ດາ​ພື້ນ​ຖານເສດຖະກິດ ແລະ ​ຕ້ອນ​ຮັບ​ສະ​ຫະພັນ​ວິ​ສາ​ຫ​ະ​ກິດ ອາ​ເມ​ລິ​ກາ - APEC.

ກ່ຽວ​ກັບ​ການ​ເຄື່ອນ​ໄຫວສອງ​ຝ່າຍ​ກັບ ຈີນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ດຳ​ເນີນ​ການ​ໂອ້​ສົມ​ສົນ​ທິ​ນາກັບທ່ານເລ​ຂາ​ທິ​ການ​ໃຫຍ່, ປະທານ​ປະ​ເທດ ຈີນ ສີຈິ້ນຜິງ, ຕ້ອນ​ຮັບການ​ນຳຈຳ​ນວນ​ໜຶ່ງ ແລະ ພົບ​ປະກັບ​ການ​ນຳ​ຫຼາຍ​ກຸ່ມ​ບໍ​ລິ​ສັດ​ໃຫຍ່ຂອງ ຈີ​ນ.

(ແຫຼ່ງຄັດຈາກ VOV)

ຊາວໜຸ່ມ ຫວຽດນາມ - ຈີນ ຈະເປີດເສັ້ນທາງແຫ່ງມິດຕະພາບໃ

ຊາວໜຸ່ມ ຫວຽດນາມ - ຈີນ ຈະເປີດເສັ້ນທາງແຫ່ງມິດຕະພາບໃ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືການປັບປຸງການພົວພັນມິດຕະພາບ, ການຮ່ວມມືກັບ ຈີນ ແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ

Top