ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ບັນດາຜູ້ຊ່ຽວຊານສືບຕໍ່ປະກອບສ່ວນແນວຄວາມຄິດ, ຖ່າຍທອດເຕັກໂນໂລຊີ, ເຊື່ອມຕໍ່ແຫຼ່ງຊັບພະຍາກອນ, ສຸມໃສ່ບັນດາຂົງເຂດເຊິ່ງ ຫວຽດນາມ ໃຫ້ບູລິມະສິດ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ທີ່ການພົບປະ (ພາບ: VNA)
ໃນຂອບເຂດຢ້ຽມຢາມທາງລັດຖະກິດ ການາດາ, ຕອນບ່າຍວັນທີ 25 ກັນຍາ (ຕາມເວລາທ້ອງຖິ່ນ) ຢູ່ Ottawa, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ພົບປະກັບຜູ້ຊ່ຽວຊານ ແລະ ນັກປັນຍາຊົນດີເດັ່ນທີ່ສັງກັດໃນເຄືອຂ່າຍຜູ້ຊ່ຽວຊານ ແລະ ນັກວິທະຍາສາດ ຫວຽດນາມ ປະຈຳ ການາດາ.
ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ບັນດາຜູ້ຊ່ຽວຊານສືບຕໍ່ປະກອບສ່ວນແນວຄວາມຄິດ, ຖ່າຍທອດເຕັກໂນໂລຊີ, ເຊື່ອມຕໍ່ແຫຼ່ງຊັບພະຍາກອນ, ສຸມໃສ່ບັນດາຂົງເຂດເຊິ່ງ ຫວຽດນາມ ໃຫ້ບູລິມະສິດ, ຄື: ປັນຍາປະດິດ, ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຊີ quantum, ພະລັງງານສະອາດ, ການຫັນເປັນດີຈີຕອນ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທ່ານຊີ້ແຈ້ງວ່າ ພັກ ແລະ ລັດ ຈະສືບຕໍ່ສ້າງກົນໄກ, ສະພາບແວດລ້ອມທີ່ສະດວກໃຫ້ສຳເລັດສົມບູນ ເພື່ອໃຫ້ນັກປັນຍາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມການປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດ, ດ້ວຍບັນດາຮູບການທີ່ເໝາະສົມ.
(ແຫຼ່ງຄັດຈາກ VOV)