ການຮ່ວມມື ຫວຽດນາມ - ຈີນ ນັບມື້ນັບແທດຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ. ປະຈຸບັນ, ຈີນ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ, ສ່ວນ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ອັນດັບທີ 4 ຂອງ ຈີນ ໃນທົ່ວໂລກ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ທີ່ການພົບປະ (ພາບ: TTXVN) ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຈີນ, ຕອນບ່
ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຈີນ, ຕອນບ່າຍ ແລະ ຕອນຄ່ຳວັນທີ 15 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ ປັກກິ່ງ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມກັບພັນລະຍາ ໄດ້ພົບປະກັບຍາດຕິພີ່ນ້ອງບັນດານາຍທະຫານ, ນັກຊ່ຽວຊານ, ຜູ້ຊົງຄຸນວຸດທິມິດຕະພາບ ຫວຽດນາມ - ຈີນ ແລະ ເຂົ້າຮ່ວມຊົມລາຍການສະແດງສິລະປະມິດຕະພາບ ຫວຽດນາມ - ຈີນ, ຂ່ຳນັບຊົມເຊີຍການຢ້ຽມຢາມ ແລະ ມຸ່ງໄປເຖິງປີຮ່ວມມືທ່ອງທ່ຽວ ຫວຽດນາມ - ຈີນ 2026 – 2027.
ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ ການຮ່ວມມື ຫວຽດນາມ - ຈີນ ນັບມື້ນັບແທດຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ. ປະຈຸບັນ, ຈີນ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ, ສ່ວນ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ອັນດັບທີ 4 ຂອງ ຈີນ ໃນທົ່ວໂລກ. ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການລົງທຶນ, ເຊື່ອມຕໍ່ດ້ານຄົມມະນາຄົມ, ການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືທ້ອງຖິ່ນລ້ວນແຕ່ບັນລຸໝາກຜົນທີ່ຕັ້ງໜ້າ, ນຳການພົວພັນລະຫວ່າງ 2 ພັກ, 2 ລັດ ໃຫ້ພັດທະນາຢ່າງເລິກເຊິ່ງ, ຮອບດ້ານທີ່ສຸດໃນຫຼາຍທົດສະວັດ.
ໃນວັນດຽວກັນ, ຢູ່ ປັກກິ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມຫໍພິພິຕະພັນປະຫວັດສາດພັກກອມມູນິດ ຈີນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະ ຫວຽດນາມ - ຈີນ (ພາບ: TTXVN)
ຕອນຄ່ຳວັນດຽວກັນ, ຢູ່ນະຄອນຫຼວງ ປັກກິ່ງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບກະຊວງວັດທະນະທຳ ແລະ ທ່ອງທ່ຽວ ຈີນ ພ້ອມກັບບັນດາອົງການຂອງ 2 ປະເທດຈັດລາຍການສະແດງສິລະປະ ຫວຽດນາມ - ຈີນ ຂ່ຳນັບຊົມເຊີຍການຢ້ຽມຢາມ ແລະ ມຸ່ງໄປເຖິງປີຮ່ວມມືທ່ອງທ່ຽວ ຫວຽດນາມ - ຈີນ 2026 – 2027.
(ແຫຼ່ງຄັດຈາກ VOV)