• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ໃຫ້​ການ​ຕ້ອນ​ຮັບ​ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ Marc Knapper

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າສະເໜີ ອາເມລິກາ ຮັບຮອງເອົາຫວຽດນາມແມ່ນພື້ນຖານເສດຖະກິດການຕະຫຼາດ, ສ້າງຄວາມສະດວກດີກ່ວາໃຫ້ແກ່ການສຳຜັດກັບເຕັກໂນໂລຢີສູງ, ພິເສດແມ່ນໃນບັນດາຂົງເຂດພະລັງງານ, ການຂຸດຄົ້ນບໍ່ແຮ່ ແລະ ເຕັກໂນໂລໂຍຍຸດທະສາດ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper (ພາບ: VGP)

ຕອນບ່າຍວັນທີ 9 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper ແລະ ຄະນະປະຕິບັດງານຂອງ ອົງການພັດທະນາສາກົນອາເມລິກາ (USAID).

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າສະເໜີ ອາເມລິກາ ຮັບຮອງເອົາຫວຽດນາມແມ່ນພື້ນຖານເສດຖະກິດການຕະຫຼາດ, ສ້າງຄວາມສະດວກດີກ່ວາໃຫ້ແກ່ການສຳຜັດກັບເຕັກໂນໂລຢີສູງ, ພິເສດແມ່ນໃນບັນດາຂົງເຂດພະລັງງານ, ການຂຸດຄົ້ນບໍ່ແຮ່ ແລະ ເຕັກໂນໂລໂຍຍຸດທະສາດ. ທ່ານຮອງນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ ທ່ານປາດຖະໜາຢາກໃຫ້ອາເມລິກາ ໜູນຊ່ວຍ ຫວຽດນາມ ພັດທະນາຂົງເຂດປັນຍາປະດິດ (AI), ຜ່ານການຖ່າຍທອດເຕັກໂນໂລຢີ, ການລົງທຶນ, ບຳລຸງສ້າງ ແລະ ຮ່ວມດຳເນີນທຸລະກິດ, ສ້າງສັນຍາລັກຮ່ວມມືໃໝ່ລະຫວ່າງສອງປະເທດ ໃນອະນາຄົດ. ເມື່ອແບ່ງປັນບັນດາເປົ້າໝາຍພັດທະນາຂອງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ Marc Knapper ຢັ້ງຢືນວ່າ ອາເມລິກາ ປາດຖະໜາຢາກຮ່ວມເດີນທາງ ແລະ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດເຕັກໂນໂລຢີສູງ, ປັນຍາປະດິດ, ລະບົບສະໜອງບໍແຮ່ຍຸດທະສາດ, ຂໍ້ມູນ ແລະ ການສຶກສາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top