• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ດຳເນີນການພົບປະສົນທະນາກັບລັດຖະມົນຕີການຕ່າງປະເທດ Estonia

ວັນທີ 23 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Margus Tsahkna, ລັດຖະມົນຕີການຕ່າງປະເທດ Estonia.
  ການພົບປະສົນທະນາ (ພາບ: baoquocte.vn)  

ຢູ່​ທີ່​ນີ້, ລັດ​ຖະ​ມົນ​ຕີ 2 ທ່ານ​ລ້ວນ​ແຕ່​ເຫັນ​ດີ​ໂດ​ຍ​ຖື​ວ່າ ຫວຽດ​ນາມ ແລະ Estonia ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ຫຼາຍ​ຢ່າງ. ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເຫັນ​ດີ​​ເປັນ​ເອ​ກະ​ພາບຊຸກ​ຍູ້​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຂອງ 2 ປະ​ເທດ, ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຊອກ​ຮູ້​ຕະ​ຫຼາດ​ຂອງ​ກັນ, ແລກ​ປ່ຽນ​ຂໍ້​ມູນ, ຊອກ​ຫາ​ໂອ​ກາດ​ລົງ​ທຶນ ແລະ ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດທີ່​ມີ​ທ່າ​ແຮງ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ, ເຊື່ອມ​ຕໍ່​ຄູ່​ຮ່ວມ​ມື ແລະ ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂະ​ແໜງ​ການ​ໃຫ້ໝາ​ະ​ສົມ​ກັບ​ທ່າ​ອ່ຽງ​ພັດ​ທະ​ນາ​ໃໝ່. ທ່ານ​ລັດ​ຖະ​ມົນ​ຕີ ເລ​ຮ​ວ່າຍ​ຈຸງ ສະ​ເໜີ​ໃຫ້​ຝ່າຍ Estonia ຕັ້ງ​ໜ້າ​ໜູນ​ຊ່ວຍ, ຊຸກ​ຍູ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ທີ່​ຍັງ​ເຫຼືອ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທ​ຶນ ອີ​ຢູ - ຫວຽດ​ນາມ ໂດຍ​ໄວ.

2 ຝ່າຍ​ໄດ້​ເຫັນ​ດີ​​ເປັນ​ເອ​ກະ​ພາບສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ, ໃນ​ນັ້ນ​ມີ ສະ​ຫະ​ປະ​ຊາ​ຊາດ, ອາ​ຊຽນ - ອີ​ຢູ… ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ແຕ່​ລະ​ພາກ​ພື້ນ ແລະ ໃນ​ໂລກ.

(ແຫຼ່ງຄັດຈາກ VOV)

ກຳປູເຈຍ ຢັ້ງຢືນຫຼັກໝັ້ນສັນຕິພາບກ່ຽວກັບເຂດຊາຍແດນໃນການຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ

ກຳປູເຈຍ ຢັ້ງຢືນຫຼັກໝັ້ນສັນຕິພາບກ່ຽວກັບເຂດຊາຍແດນໃນການຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ

ທ່ານນາຍົກລັດຖະມົນຕີ Hun Manet ເນັ້ນໜັກວ່າ, ຈີນ ແລະ ກຳປູເຈຍ ຕ້ອງຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງ

Top