• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ, ປະ​ທານ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ, ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ

ຕອນ​ບ່າຍ​ວັນ​ທີ 9 ຕຸ​ລາ, ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ, ນະ​ຄອນຫຼວງ​ພະ​ນົມ​ເປັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ໄດ້​ພົບ​ປະ​ກັບ​ທ່ານນາງ Khuon Sudary ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ໄດ້​ພົບ​ປະ​ກັບ​ທ່ານນາງ Khuon Sudary ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ (ພາບ: VNA)

ທ່ານ​​ນາງ Khuon Sudary ປະ​ທານ​ສະ​ພາ​ແຫ່ງ​ຊາດກຳ​ປູ​ເຈຍ ສະ​ແດງ​ຄວາມພາກ​ພູມ​ໃຈ, ສະ​ໜັບ​ສະ​ໜູນ ຕໍ່​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້ໃນ​ການ​ໂອ້​ລົມ​ເຈ​ລະ​ຈາ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນຕີ​ສອງທ່ານ, ກໍ່​ຄື​ການ​ລົງ​ນາມ, ແລກ​ປ່ຽນ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ສອງ​ຝ່າຍ. ການ​ນຳ​ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຊ່ອງ​ທາງ​ຮ່ວມ​ມື​ລັດ​ຖະ​ສະ​ພາ, ສະ​ພາ​ແຫ່​ງ​ຊາດ​ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ, ຮ່ວມ​ເດີນ​ທາງ​ກັບ​ລັດ​ຖະ​ບານ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ. ສອງ​ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສະ​ໜັບ​ສະ​ໜູນ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ, ປະ​ກອບ​ສ່ວນ​ຮັກ​ສາ​ສັ​ນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ ຢູ່​ພາກ​ພື້ນ. ການ​ນຳ​ສອງ​ຝ່າຍ​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ການ​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມ​ສອງ​ປະ​ເທດ, ຊ່ວຍ​ລຸ້ນ​ຄົນ​ຕໍ່ໆ​ໄປ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ປະ​ຫວັດ​ສາດ, ມູນ​ເຊື້ອ​ສາ​ມັກ​ຄີ, ມິດ​ຕະ​ພາບ ແລະ ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປົກ​ປັກ​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ​ຢູ່​ສຳ​ນັກ​ງານ​ສະ​ພາ​ສູງ, ນະ​ຄອນຫຼວງ​ພະ​ນົມ​ເປັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນຕີ ເລ​ມິ​ງ​ຮຶງ ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທານ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ, ປະ​ທານ​ສະ​ພາ​ສູງ​ກຳ​ປູ​ເຈຍ Hun Sen.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top