ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ບໍ່ປະໃຫ້ບັນດາຮາກຖານການແພດຂາດເຂີນວັດຖຸອຸປະກອນການແພດ, ບໍ່ປະໃຫ້ປະຊາຊົນຂາດເຂີນຢຸກຢາ
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມໄດ້ເປັນປະທານການເຮັດວຽກກັບກະຊວງສາທາລະນະສຸກ (ພາບ: VNA)
ຕອນບ່າຍວັນທີ 8 ກັນຍາ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ນ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມໄດ້ເປັນປະທານການເຮັດວຽກກັບກະຊວງສາທາລະນະສຸກ ແລະ ບັນດາກະຊວງຂະແໜງການທີ່ກ່ຽວກັບຮ່າງກົດໝາຍສອງສະບັບລວມມີ: ຮ່າງກົດໝາຍ ແລະ ກົດໝາຍວ່າດ້ວຍຢຸກຢາ; ພ້ອມກັບກົດໝາຍວ່າດ້ວຍຄວາມປອດໄພຂອງອາຫານ (ສະບັບປັບປຸງ).
ຕາມແຜນການ, ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ ຈະຍື່ນສະເໜີຕໍ່ສະພາແຫ່ງຊາດປະກອບຄຳເຫັນ ແລະ ຮັບຮອງເອົາຢູ່ກອງປະຊຸມສະໄໝທີ 2 (ສະພາແຫ່ງຊາດຊຸດທີ XVI). ບົນພື້ນຖານບົດລາຍງານຂອງກະຊວງສາທາລະນະສຸກ, ທ່ານນາຍົກລັດຖະມົນຕີ ເຫັນດີເພີ່ມເຕີມເນື້ອໃນຄຸ້ມຄອງວັດຖຸອຸປະກອນການແພດ ເຂົ້າຮ່າງກົດໝາຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລມິງຮຶງ ຖືວ່າເປົ້າໝາຍສຳຄັນ ແລະ ລຸລ້ວງເພື່ອຮ່າງກົດໝາຍໄດ້ລາຍງານຕໍ່ສະພາແຫ່ງຊາດແມ່ນສ້າງກົນໄກປັບປຸງກົດໝາຍທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງຢຸກຢາປິ່ນປົວພະຍາດ ແລະ ວັດຖຸອຸປະກອນການແພດ; ຮັບປະກັນໃຫ້ປະຊາຊົນໄດ້ເຂົ້າເຖິງ ແຫຼ່ງຢຸກຢາ, ວັດຖຸອຸປະກອນການແພດ ດ້ວຍລາຄາທີ່ເໝາະສົມ.
(ແຫຼ່ງຄັດຈາກ VOV