• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານກອງ​ທຶນ​ເງິນ​ຕາ​ສາ​ກົນ

ຕອນບ່າຍວັນທີ 27 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານກອງທຶນເງິນຕາສາກົນ (IMF) ໂດຍທ່ານ Martin Sommer ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
  ບັນຍາກາດການຕ້ອນຮັບ  

ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຄະນະພະນັກງານ IMF ຮັບຊາບກ່ຽວກັບສະພາບການ ແລະ ກຳນົດທິດພັດທະນາຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ໃນນັ້ນ ຫວຽດນາມ ວາງເປົ້າໝາຍເຕີບໂຕບໍ່ພຽງແຕ່ອີງໃສ່ການກະຕຸ້ນຄວາມຕ້ອງການຂອງຜູ້ບໍລິໂພກເທົ່ານັ້ນ, ຫາກຍັງອີງໃສ່ພື້ນຖານແບບຍືນຍົງ, ລວມມີບັນດາປັດໄຈ, ເຊັ່ນ: ສ້າງລະບອບລະບຽບການໃຫ້ສົມບູນແບບ, ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ສະມັດຕະພາບແຮງງານ ແລະ ກຳລັງຄວາມສາມາດແກ້ງແຍ້ງ…

  ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Martin Sommer ເປັນຫົວໜ້າຄະນະພະນັກງານກອງທຶນເງິນຕາສາກົນ  

 ສ່ວນທ່ານ Martin Sommer ໃຫ້ການຕີລາຄາສູງການວາງແຜນນະໂຍບາຍ ແລະ ການບໍລິຫານພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ຕໍ່ໜ້າບັນດາການຜັນແປໃນໂລກ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ນຳໃຊ້ການໜູນຊ່ວຍຈາກ IMF ຢ່າງມີປະສິດທິຜົນທີ່ສຸດ, ໂດຍສະເພາະແມ່ນການນຳໃຊ້ບັນດາຂໍ້ສະເໜີແນະກ່ຽວກັບນະໂຍບາຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ຢ່າງວ່ອງໄວ ແລະ ຍືນຍົງ.

່(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ ວິ​ສາ​ຫະ​ກິດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ສອງ​ຕົວ​ເລກ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ແດງ​ຄວາມຮູ້​ບຸນ​ຄຸນ​ຕໍ່​ວິ​ສາ​ຫະ​ກິດ

ກອງ​ປະ​ຊຸມ “ວິ​ສາ​ຫະ​ກິດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ສອງ​ຕົວ​ເລກ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ແດງ​ຄວາມຮູ້​ບຸນ​ຄຸນ​ຕໍ່​ວິ​ສາ​ຫະ​ກິດ”

ຕອນເຊົ້າວັນທີ 27 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມ “ວິສາຫະກິດປະກອບສ່ວນເຂົ້າໃນການເຕີບໂຕສອງຕົວເລກ ແລະ ນາຍົກລັດຖະມົນຕີສະແດງຄວາມຮູ້ບຸນຄຸນຕໍ່ວິສາຫະກິດ”.

Top