ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານກອງ​ທຶນ​ເງິນ​ຕາ​ສາ​ກົນ

ຕອນບ່າຍວັນທີ 27 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານກອງທຶນເງິນຕາສາກົນ (IMF) ໂດຍທ່ານ Martin Sommer ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
  ບັນຍາກາດການຕ້ອນຮັບ  

ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຄະນະພະນັກງານ IMF ຮັບຊາບກ່ຽວກັບສະພາບການ ແລະ ກຳນົດທິດພັດທະນາຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ໃນນັ້ນ ຫວຽດນາມ ວາງເປົ້າໝາຍເຕີບໂຕບໍ່ພຽງແຕ່ອີງໃສ່ການກະຕຸ້ນຄວາມຕ້ອງການຂອງຜູ້ບໍລິໂພກເທົ່ານັ້ນ, ຫາກຍັງອີງໃສ່ພື້ນຖານແບບຍືນຍົງ, ລວມມີບັນດາປັດໄຈ, ເຊັ່ນ: ສ້າງລະບອບລະບຽບການໃຫ້ສົມບູນແບບ, ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ສະມັດຕະພາບແຮງງານ ແລະ ກຳລັງຄວາມສາມາດແກ້ງແຍ້ງ…

  ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Martin Sommer ເປັນຫົວໜ້າຄະນະພະນັກງານກອງທຶນເງິນຕາສາກົນ  

 ສ່ວນທ່ານ Martin Sommer ໃຫ້ການຕີລາຄາສູງການວາງແຜນນະໂຍບາຍ ແລະ ການບໍລິຫານພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ຕໍ່ໜ້າບັນດາການຜັນແປໃນໂລກ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ນຳໃຊ້ການໜູນຊ່ວຍຈາກ IMF ຢ່າງມີປະສິດທິຜົນທີ່ສຸດ, ໂດຍສະເພາະແມ່ນການນຳໃຊ້ບັນດາຂໍ້ສະເໜີແນະກ່ຽວກັບນະໂຍບາຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ຢ່າງວ່ອງໄວ ແລະ ຍືນຍົງ.


top