ບັນດາການເຄື່ອນໄຫວ 2 ຝ່າຍ ແລະ ຫຼາຍຝ່າຍຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຮັບຄວາມສົນໃຈຈາກຫາງສຽງພາກພື້ນ ແລະ ສາກົນ ຕິດຕາມ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: VGP)
ຕອນຄ່ຳວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ກັບມາຮອດສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ 16 ຂອງເວທີປາໄສເສດຖະກິດໂລກ (WEF) ແລະ ເຮັດວຽກຢູ່ ຈີນ.
ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມ ແລະ ປະຕິບັດງານຢູ່ ຈີນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໃຫ້ຮູ້ວ່າ, ບັນດາການເຄື່ອນໄຫວ 2 ຝ່າຍ ແລະ ຫຼາຍຝ່າຍຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຮັບຄວາມສົນໃຈຈາກຫາງສຽງພາກພື້ນ ແລະ ສາກົນ ຕິດຕາມ, ຜ່ານນັ້ນ, ຍົກສູງພາບພົດຂອງ ຫວຽດນາມ ບົນເວທີສາກົນ. ດ້ວຍການເຄື່ອນໄຫວ 30 ກິດຈະກຳໃນການໄປປະຕິບັດງານ, ຄະນະຜູ້ແທນ ຫວຽດນາມ ໄດ້ສ້າງຂີດໝາຍ ແລະ ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ. ຢູ່ແງ່ມູມຫຼາຍຝ່າຍ, ທ່ານນາຍົກລັດຖະມົນຕີໄດ້ຍົກອອກບັນດາຂໍ້ສັງເກດຢ່າງເລິກເຊິ່ງກ່ຽວກັບສະພາບການໂລກ, ທ່ານຢືນຢັນວ່າ ອາຊີ ມີພື້ນຖານຢ່າງພຽງພໍເພື່ອສືບຕໍ່ພັດທະນາ, ບືນຕົວຂຶ້ນ, ສວມບົດບາດເປັນເສົາຄ້ຳ, ນຳພາໃນພື້ນຖານເສດຖະກິດທົ່ວໂລກ.
(ແຫຼ່ງຄັດຈາກ VOV)