• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະສົນທະນາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ

ຫວຽດນາມ ປາດຖະໜາຢາກສືບຕໍ່ປັບປຸງ, ເຮັດໃຫ້ການພົວພັນດ້ານການເມືອງມີຄວາມໄວ້ເນື້ອເຊື້ອໃຈເປັນພິເສດໃຫ້ເລິກເຊິ່ງຂຶ້ນຕື່ມ
  ທີ່ການພົບປະສົນທະນາ (ພາບ: VGP)  

ໃນຂອບເຂດການໄປປະຕິບັດງານຢູ່ ລາວ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງສອງລັດຖະບານ ຫວຽດນາມ - ລາວ, ຕອນບ່າຍວັນທີ 03 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະສົນທະນາກັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ລາວ.

        ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ຍາມໃດກໍ່ສະຫງວນບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນແບບພິເສດ, ມີໜຶ່ງບໍ່ມີສອງ, ຍາມໃດກໍ່ຮຽງບ່າຮຽງໄຫຼ່ ສະໜັບສະໜູນຢ່າງແຮງ ແລະ ຮອບດ້ານໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດ ລາວ; ທ່ານເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ປັບປຸງ, ເຮັດໃຫ້ການພົວພັນດ້ານການເມືອງມີຄວາມໄວ້ເນື້ອເຊື້ອໃຈເປັນພິເສດໃຫ້ເລິກເຊິ່ງຂຶ້ນຕື່ມ; ຖືນີ້ແມ່ນເສົາຄ້ຳຂອງການກຳນົດທິດ ແລະ ເປັນກຳລັງໜູນຊຸກຍູ້ການຮ່ວມມືໃນທຸກຂົງເຂດ.

        ສ່ວນທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ລາວ ຕີລາຄາສູງໝາກຜົນຂອງກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງສອງລັດຖະບານ ຫວຽດນາມ - ລາວ ໂດຍນາຍົກລັດຖະມົນຕີ 2 ທ່ານເປັນປະທານຮ່ວມ ແລະ ເຊື່ອໝັ້ນວ່າ ໝາກຜົນຂອງກອງປະຊຸມຄັ້ງນີ້ຈະສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ ໃນສະພາບການໃໝ່

ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ ໃນສະພາບການໃໝ່

ກອງປະຊຸມສຳມະນາໄດ້ມີການເຂົ້າຮ່ວມຂອງຜູ້ແທນ 120 ທ່ານ ເຊິ່ງແມ່ນນັກຊ່ຽວຊານ, ນັກວິທະຍາສາດ, ນັກການທູດ ແລະ ຜູ້ຕາງໜ້າຂັ້ນສູງຢູ່ພາຍໃນ ແລະ ຕ່າງປະເທດ

Top