ຕາມການສັງເກດຂອງຜູ້ຊ່ຽວຊານ, ສະພາບໄພແຫ້ງແລ້ງ ແລະ ນໍ້າທະເລໜູນສູງ ໃນລະດູແລ້ງ 2020 ຢູ່ເຂດທົ່ງພຽງ ແມ່ນຳ້ຂອງ ແມ່ນຮຸນແຮງທີ່ສຸດ ແບບບໍ່ເຄີຍເຫັນມາກ່ອນໃນ ປະຫວັດສາດ. ອູ່ເຂົ້າໃຫຍ່ທີ່ສຸດ ຂອງ ປະເທດ ພວມປະເຊີນ ໜ້າ ກັບສິ່ງທ້າທາຍ ຢ່າງໃຫຍ່ຫຼວງ.
11 ແຂວງ ຂອງທົ່ງພຽງແມ່ນຳ້ຂອງ ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໄພແຫ້ງແລ້ງ ແລະ ນຳ້ທະເລໜູນສູງ, ໃນນັ້ນ ທີ 5 ແຂວງແມ່ນ ເບັນແຈ, ຕ່ຽນຢາງ, ກຽນຢາງ, ກ່າເມົາ ແລະ ລອງອານ ຕ້ອງປະກາດສະພາບໄພທຳມະຊາດຢ່າງຮີບດ່ວນ. |
ປັດຈຸບັນ, ແຂວງ ເບນແຈ ມີເນື້ອທີ່ເຮັດນາໄດ້ຮັບຜົນເສຍ ຫາຍ ກວ່າ 5.200 ເຮັກຕາ, ເນື້ອທີ່ປູກຕົ້ນໄມ້ກິນໝາກ ປະ ມານ 20.000 ເຮັກຕາ, ເນື້ອທີ່ປູກຕົ້ນໝາກພ້າວ 72.000 ເຮັກຕາ ແລະ ເນື້ອທີ່ຜະລິດແນວພັນປູກ, ດອກໄມ້ປະດັບປະ ດາ ກວ່າ 1.000 ເຮັກຕາ ໄດ້ຮັບຜົນກະທົບ; ແຂວງ ລອງອານ ມີເນື້ອ ທີ່ນາປະມານ 13.500 ເຮັກຕາໄດ້ຮັບຜົນກະທົບ; ແຂວງ ຊອກຈັງ ມີເນື້ອທີ່ເຮັດນາປະມານ 4.000 ເຮັກຕາ ໄດ້ ຮັບຜົນເສຍຫາຍຍ້ອນນຳ້ທະເລໜູນສູງ; ທີ່ແຂວງ ຕ່ຽນຢາງ, ສະພາບນຳ້ທະເລໜູນສູງ ໄດ້ສ້າງຜົນກະທົບໃຫ້ແກ່ ບັນດາ ເມືອງ, ເທດສະບານ ແລະ ນະຄອນໃນບໍລິເວນແຂວງ; ເນື້ອ ທີ່ປູກຕົ້ນໄມ້ກິນໝາກ ຫຼາຍພັນເຮັກຕາຢູ່ເຂດທົ່ງພຽງ ແມ່ນຳ້ ຂອງ ພວມຂາດນໍ້າຢ່າງໜັກໜ່ວງ.

ທົ່ງນາເຂົ້າ ທ່ີແຫ້ງແລ້ງ ແຕກແຫງ ຢູ່ຕາແສງ ໝີ໋ເຍີນ, ເມືອງ ບາຈີ, ແຂວງ ເບັນແຈ. ພາບ: ທົງຫາຍ/VNP

ທົ່ງນາໄດ້ຮັບຜົນສະທ້ອນຈາກສະພາບນໍ້າທະເລໜູນສູງ ຢູ່ຕາແສງ ໝີ໋ເຍີນ ແລະ ຕາແສງ ຖຸຍອານ ຢູ່ເມືອງ ບາຈີ, ແຂວງ ເບັນແຈ. ພາບ: ທົງຫາຍ/VNP

ໝາກແຕງໂມ ຕາຍຍ້ອນນໍ້າທະເລໜູນສູງ ຢູ່ຕາແສງ ໝີ໋ເຍີນ ແລະ ຕາແສງ ຖຸຍອານ ຢູ່ເມືອງ ບາຈີ, ແຂວງ ເບັນແຈ. ພາບ: ທົງຫາຍ/VNP

ສວນແຕງໂມ ຕາຍຍ້ອນນໍ້າທະເລໜູນສູງ ຢູ່ຕາແສງ ໝີ໋ເຍີນ ແລະ ຕາແສງ ຖຸຍອານ ຢູ່ເມືອງ ບາຈີ, ແຂວງ ເບັນແຈ. ພາບ: ທົງຫາຍ/VNP

ຕົ້ນເຂົ້າ ຕາຍຍ້ອນນໍ້າທະເລໜູນສູງ ຢູ່ຕາແສງ ໝີ໋ເຍີນ ແລະ ຕາແສງ ຖຸຍອານ ຢູ່ເມືອງ ບາຈີ, ແຂວງ ເບັນແຈ. ພາບ: ທົງຫາຍ/VNP

Tຕານການລາຍງານຂອງຂະແໜງກະສິກຳ, ສະພາບນຳ້ທະເລໜູນສູງ ໄດ້ສ້າງຜົນສະທ້ອນໃຫ້ເນື້ອທີ່ເຮັດນາເກືອບ 39.000 ເຮັກຕາ. ພາບ: ທົງຫາຍ/VNP |
ບໍ່ພຽງແຕ່ສ້າງຜົນເສຍຫາຍກ່ຽວກັບການຜະລິດເທົ່ານັ້ນ, ໄພ ແຫ້ງແລ້ງ ແລະ ນຳ້ທະເລໜູນສູງ ຍັງສົ່ງຜົນສະທ້ອນໃຫ້ແກ່ ຊີວິດການເປັນຢູ່ຂອງປະຊາຊົນ ອີກດ້ວຍ. ບັນຫາດັ່ງກ່າວໄດ້ ເຮັດໃຫ້ສະພາບຂາດນຳ້ຢ່າງໜັກໜ່ວງຢູ່ເຂດທົ່ງພຽງ ແມ່ນໍ້າ ຂອງ. ປັດຈຸບັນ, ມີປະຊາຊົນ ເຖິງ 96.000 ຄອບຄົວ ບໍ່ພໍນຳ້ ເພື່ອຮັບໃຊ້ໃຫ້ແກ່ຊີວິດປະຈຳວັນ. ສະພາບດັ່ງກ່າວເກີດຂຶ້ນ ເປັນປະຈໍາ ໃນຫຼາຍປີຜ່ານມາ ແລະ ຍິ່ງຮ້າຍແຮງ ກວ່າເກົ່າ, ໄດ້ສ້າງຜົນສະທ້ອນຢ່າງໜັກໜ່ວງ ເຖິງຊີວິດ ການເປັນ ຢູ່ ຂອງ ປະຊາຊົນ.
ໃນໄລຍະຜ່ານມາ, ການປະຕິບັດ ມະຕິເລກທີ 120/NQ-CP ຂອງ ລັດຖະບານ ກ່ຽວກັບ ທົ່ງພຽງແມ່ນຳ້ຂອງ ໃຫ້ປັບຕົວເຂົ້າ ກັບການປ່ຽນແປງ ຂອງ ດິນຟ້າອາກາດ, ພັດທະນາຢ່າງໝັ້ນ ຄົງ, ທົ່ວເຂດ ມີການເສີມສ້າງ ຄັນຄູຕາມຝັ່ງທະເລໄດ້ກວ່າ 580 ກິໂລແມັດ, ສ້າງຄັນຄູໄດ້ 207 ແຫ່ງ ເພື່ອປ້ອງກັນ ແລະ ຕ້ານໄພນຳ້ຖ້ວມ; ບັນດາທ້ອງຖິ່ນໄດ້ເປັນ ເຈົ້າການໃນການ ປ່ອຍນຳ້ເຂົ້າທົ່ງນາ ແລະ ອະນາໄມ ທົ່ງນາ ດ້ວຍເນື້ອທີ່ກວ່າ 141.351 ເຮັກຕາ. ໃນປີ 2020, ກະຊວງ ກະສິກຳ ແລະ ພັດ ທະນາຊົນນະບົດ ສືບຕໍ່ນຳໃຊ້ງົບຈຳນວນ 5.157 ຕື້ດົ່ງ ເພື່ອ ປະຕິບັດການກໍ່ ສ້າງໂຄງການ ປ້ອງກັນ ແລະ ຕ້ານໄພແຫ້ງ ແລ້ງ ແລະ ນຳ້ທະເລໜູນສູງ 20 ແຫ່ງຢູ່ທົ່ງ ພຽງແມ່ນຳ້ຂອງ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງກວດກາ ຜົນສະທ້ອນ ຈາກ ໄພແຫ້ງແລ້ງ ແລະ ນຳ້ທະເລໜູນສູງ ທີ່ ປະຕູນໍ້າ ອານຮຽບ, ເມືອງ ເຈົາແທ່ງ, ແຂວງ ເບັນແຈ. ພາບ: ຖົ໋ງເຍີດ/VNA
ແທກຄວາມເຄັມທີ່ຄອງເໝືອງໜຶ່ງໃນ ຕາແສງ ອານບິ່ງ ໄຕ, ເມືອງ ບາຈີ, ແຂວງ ເບັນແຈ. ພາບ: ທົງຫາຍ/VNP
ປະຊາຊົນລຽນແຖວ ເພື່ອຂໍຮັບນໍ້າສະອາດ ຢູ່ນະຄອນ ເບັນແຈ. ພາບ: ທົງຫາຍ/VNP
ຊາວເມືອງ ບາຈີ ຊື້ນໍ້າສະອາດ ໃນລາຄາ 120.000 ດົ່ງຕໍ່ແມັດກ້ອນ. ພາບ: ທົງຫາຍ/VNP
ກໍ່ສ້າງລະບົບ ກັ່ນຕອງນໍ້າເຄັມ ດ້ວຍມູນຄ່າເກືອບ 10 ຕື້ດົ່ງ ເທິງປະຕູນໍ້າ ເລກທີ 418 ຂຶ້ນກັບ ລະບົບ ຊົນລະປະທານ ຂົວ ເຊີບ, ເມືອງ ບາຈີ, ແຂວງ ເບັນແຈ. ພາບ: ທົງຫາຍ/VNP
|
ຕໍ່ການຄາດຄະເນ ໄພແຫ້ງແລ້ງ ແລະ ນຳ້ທະເລໜູນສູງ ໃນປີ ນີ້ ຈະສັບສົນກວ່າປີ 2016, ແຕ່ກາງປີ 2019, ທ່ານນາຍົກ ລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງ ຜັນຂະຫຍາຍບັນດາວິທີແກ້ໄຂຢ່າງຮີບດ່ວນ ເພື່ອປ້ອງກັນ ແລະ ຕ້ານໄພ ແຫ້ງແລ້ງ ແລະ ນຳ້ທະເລໜູນສູງ. ໂດຍມີການກະກຽມ,ເຕືອນ ໄພແຕ່ຕົ້ນ, ເພາະສະນັ້ນ ເນື້ອທີ່ການຜະລິດເຂົ້າ ລະດູໜາວ-ລະດູບານໃໝ່ ຢູ່ທົ່ງພຽງແມ່ນຳ້ຂອງ ເຖິງ 90% ແມ່ນໄດ້ຮັບ ຜົນ ເພາະປູກດີ ຍ້ອນໄດ້ຮັບການຊີ້ນຳ ໃຫ້ດຳນາ ກ່ອນເວລາ ຕາມ ປົກກະຕິ.
“ການຜະລິດກະສິກຳຢູ່ ທົ່ງພຽງແມ່ນຳ້ຂອງ ພວມນຳໃຊ້ “ 3 ປ່ຽນ”: ປ່ຽນແປງລະດູການເຮັດນາ ເພື່ອຫຼີກລ່ຽງ ໄພແຫ້ງແລ້ງ ແລະ ນຳ້ທະເລໜູນສູງ, ນຳໃຊ້ແນວປູກ ທີ່ເໝາະສົມກັບ ເງື່ອນໄຂແຫ້ງແລ້ງ ແລະ ນຳ້ທະເລນູນສູງ, ແລກ ປ່ຽນແນວ ປູກ, ສັດລ້ຽງ ທີ່ມີຜົນປະໂຫຍດທາງເສດຖະກິດ ຫຼາຍກວ່າ ການ ເຮັດນາ”.
ທ່ານ ປອ ເຈິ່ນຫືວຫຽບ, ຜູ້ຊ່ຽວຊານດ້ານເສດຖະກິດ ຢູ່ທົ່ງພຽງແມ່ນຳ້ຂອງ
|
ໃນການຊີ້ນຳວຽກງານຕ້ານໄພແຫ້ງແລ້ງ ແລະ ນຳ້ທະເລໜູນ ສູງ ຢູ່ທົ່ງພຽງແມ່ນຳ້ຂອງ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຕ້ອງສຸມໃສ່ການ ແກ້ໄຂບັນຫາຂາດນຳ້ໃຊ້ ຢ່າງເດັດຂາດ. ທ່ານນາຍົກລັດຖະ ມົນຕີ ໄດ້ເຫັນດີເບີກຈ່າຍໃຫ້ 5 ແຂວງ ທີ່ປະກາດ ສະພາບ ຮີບດ່ວນ ເປັນເງິນຈຳນວນ 70 ຕື້ດົ່ງ ຕໍ່ແຂວງ ເພື່ອຮັບມື ກັບ ໄພແຫ້ງແລ້ງ ແລະ ນຳ້ທະເລໜູນສູງ.
ໃນໄລຍະຍາວ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ ຈະຍູ້ແຮງການສ້າງແຜນສັງລວມ ຊັບພະຍາກອນ ນຳ້ ແຫ່ງຊາດ, ແຜນສັງລວມແປ່ງປັນນຳ້ ໃຫ້ແກ່ເຂດທົ່ງພຽງ ແມ່ ນຳ້ຂອງ, ຮັບປະກັນນຳ້ ຮັບໃຊ້ຊີວິດການເປັນຢູ່ ຂອງ ປະຊາ ຊົນ.