• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຖໍ້າ ຣາຍ: ສິ່ງຍອດຍິ່ງ ຂອງ ທຳມະຊາດ

ທ່າມກາງແສງແດດ ແລະ ສາຍລົມຂອງຜືນດິນ ແຫ້ງແລ້ງ ນິງ ຖ້ວນ, ຖໍ້າ ຣາຍ ປຽບເໝືອນ “ເຈົ້າຍິງ” ທີ່ນອນລືມຕື່ນ ຢູ່ເປີ້ນພູ ຈົ໋ວ ແລະ ທ້ອງທະເລທີ່ກວ້າງ ໃຫຍ່ໄພສານ. 
ຖ້ຳ ຣາຍ, ນິງຖ້ວນ ຕັ້ງຢູ່ຖະໜົນເລກ 702, ຜ່ານໝູ່ບ້ານ ຖາຍ ອານ, ຕາແສງ ຫວິ໊ງຮາຍ, ເມືອງ ນິງຮາຍ. ທາງເຂົ້າໄປຫາ ຖ້ຳ ຣາຍ ແມ່ນສະດວກສະບາຍ ດ້ວຍເສັ້ນທາງປູຢາງ. ຢືນຢູ່ ເທິງ ໂນນສູງ, ແນມອອກໄປໄກໆ, ທ່ານສາມາດ ເຫັນສາຍພູ ທີ່ ຕັ້ງໃນເຂດປ່າສະຫງວນແຫ່ງຊາດ ພູຈົ໋ວ. 

ໃນເມື່ອກ່ອນ, ຢູ່ທ່ີນີ້ ມີໂຕນາກ ກິນປາ ຫຼາຍຊະນິດ (ຣາຍກ໋າ) ມາອາໄສຢູ່, ສະນັ້ນ ຊາວທ້ອງຖິ່ນ ຈຶ່ງຕັ້ງຊື່ວ່າ ຖ້ຳ ຣາຍ. ເບິ່ງ ແຕ່ໄກ, ຖ້ຳຣາຍ ຖືກຈັດລຽງດ້ວຍຫີນ ຂະໜາດໃຫຍ່ ແລະ ນ້ອຍ ດ້ວຍຫຼາກຫຼາຍຮູບຊົງທີ່ແປກ, ສວຍງາມ. ຖ້າທ່ານຍ່າງອ້ອມ ຮອບ ບໍລິເວນ ຖໍ້າແຫ່ງນີ້ ກໍຈະຮູ້ສຶກໄດ້ຄວາມມະຫັດສະຈັນ ຂອງ ທະເລ ແລະ ສາຍພູ ປະສານເຂົ້າກັນ ກາຍເປັນພາບທ່ີ ສວຍງາມ, ພ້ອມທັງທັດສະນີຍະພາບ ຂອງ ຫີນປະກາລັງ ທີ່ ເກົ່າແກ່ ເມື່ອເບິ່ງມາຈາກມູມສູງ. 


ຫີນປະກາລັງ ໜຶ່ງບໍ່ມີສອງ ຢູ່ ຖ້ຳຣາຍ. ພາບ: ຫງວຽນລວນ/VNP


ຖໍ້າ ຣາຍ ມີຄວາມສວຍງາມຍິ່ງ ແມ່ນແຕ່ເດືອນ ພະຈິກ ຫາເດືອນ ທັນວາ. ໄລຍະນີ້, ນັກທ່ອງທ່ຽວ ສາມາດ ຖ່າຍຮູບ ພາບທີ່ສວຍງາມ ກ່ຽວກັບຄື້ນທະເລ, ກ່ຽວກັບ ໄຄນໍ້າ ທີ່ປົກ ຫຸ້ມເທິງຫີນ. ພາບ: ຫງວຽນລວນ/VNP


ຍືນເທິງຂົວໄມ້ຍາວ 300 ແມັດທີ່ຂ້າມພູ, ນັກທ່ອງທ່ຽວ ສາມາດຊົມ ທັດສະນີຍະພາບທີ່ສວຍງາມຂອງ ເຂດພູຜາ ປ່າໄມ້, ທະເລ ທີ່ກວ້າງໃຫຍ່ໄພສານຢູ່ຂົງເຂດ ຖຳ້ ຣາຍ. ພາບ: ເລມິນ/VNP


ມາຍັງ ຖໍ້າ ຣາຍ, ນັກທ່ອງທ່ຽວຈະພົບເຫັນຄວາມໃຫຍ່
ໂຕມະໂຫຖານຂອງເຂດປາກະລັງ. ພາບ: ເລມິນ/VNP



ຖ້ຳຣາຍ ຖືກຈັດລຽງດ້ວຍຫີນ ຂະໜາດໃຫຍ່ ແລະ ນ້ອຍ ດ້ວຍຫຼາກຫຼາຍຮູບຊົງທີ່ແປກ, ສວຍງາມ. ພາຍ: ທົງທ້ຽນ/VNP

ໃນເມື່ອກ່ອນ, ຢູ່ທ່ີນີ້ ມີໂຕນາກ ກິນປາ ຫຼາຍຊະນິດ (ຣາຍກ໋າ) ມາອາໄສຢູ່, ສະນັ້ນ ຊາວທ້ອງຖິ່ນ ຈຶ່ງຕັ້ງຊື່ວ່າ ຖ້ຳ ຣາຍ. ເບິ່ງ ແຕ່ໄກ, ຖ້ຳຣາຍ ຖືກຈັດລຽງດ້ວຍຫີນ ຂະໜາດໃຫຍ່ ແລະ ນ້ອຍ ດ້ວຍຫຼາກຫຼາຍຮູບຊົງທີ່ແປກ, ສວຍງາມ. ຖ້າທ່ານຍ່າງອ້ອມ ຮອບ ບໍລິເວນ ຖໍ້າແຫ່ງນີ້ ກໍຈະຮູ້ສຶກໄດ້ຄວາມມະຫັດສະຈັນ ຂອງ ທະເລ ແລະ ສາຍພູ ປະສານເຂົ້າກັນ ກາຍເປັນພາບທ່ີ ສວຍງາມ, ພ້ອມທັງທັດສະນີຍະພາບ ຂອງ ຫີນປະກາລັງ ທີ່ ເກົ່າແກ່ ເມື່ອເບິ່ງມາຈາກມູມສູງ. 

ຢູ່ລຸ່ມຫີນປະກາລັງ ແມ່ນຫີນ ອີກຊັ້ນໜຶ່ງ ຢູ່ລະຫວ່າງກາງ ໜ້າ ນໍ້າ. ເວລາຄື້ນທະເລ ພັດເຂົ້າໃສ່, ນໍ້າຈະໄຫຼເຂົ້າພາຍໃນ, ຍ້ອນ ລະດັບຄວາມຫງ່ຽງ ຂອງ ກ້ອນຫີນ ໄດ້ເຮັດໃຫ້ນຳ້ໄຫຼ ລົງສູ່ທະ ເລ ເຊິ່ງສ້າງເປັນນຳ້ຕົກ ໂດຍບັງເອີນ ຢູ່ທ່າມກາງ ທະເລ. ນີ້ຖື ວ່າ ເປັນນໍ້າຕົກ ເທິງທະເລ ໜຶ່ງບໍ່ມີສອງ ຢູ່ ຖ້ຳຣາຍ ເປັນທ່ີດຶງ ດູດຄວາມສົນໃຈ ຂອງ ຊ່າງພາບມືອາຊີບ ຫຼາຍຄົນ. 

ຖ້າທ່ານ ຕ້ອງການຢ້ຽມຊົມ ຖ້ຳຣາຍ, ທ່ານຄວນໄປແຕ່ 5 ໂມງເຊົ້າ ເພື່ອຊົມ ແສງພະອາທິດຍາມເຊົ້າ ເທິງນຳ້ຕົກ ແລະ ຫີນປະກາລັງ ທີ່ສວຍງາມ. ຖ້າບໍ່ຢາກລຸກແຕ່ເຊົ້າ, ການຕັ້ງແຄ້ມ ນອນຄ້າງຄືນ ກໍ່ແມ່ນທາງເລືອກທີ່ດີ. 

ນອກຈາກນັ້ນ, ຍ້ອນວ່າ ຕັ້ງຢູ່ໃນປ່າສະຫງວນແຫ່ງຊາດ ພູຈົ໋ວ, ດັ່ງນັ້ນ ຈິ່ງຖືເປັນ ເຂດອະນຸລັກຮັກສາ ທຳມະຊາດ ຂອງ ຫວຽດ ນາມ. ສຳລັບຜູ້ທີ່ຊອກຮູ້ ກໍ່ຈະຮູ້ໄດ້ວ່າ ໂກນດາວ ເປັນບ່ອນທີ່ ເຕົ່າທະເລ ມາແຜ່ຂະຫຍາຍພັນ. ເຖິງວ່າ ເຕົ່າ ຢູ່ຖ້ຳ ຣາຍ ນິງ ຖ້ວນ ບໍ່ມີຫຼາຍຄືຢູ່ ໂກນດາວ, ແຕ່ນີ້ ກໍ່ເປັນບ່ອນໜຶ່ງທີ່ຫາຍາກ ໄດ້ປະເພດເຕົ່າໃກ້ຈະສູນພັນດັ່ງກ່າວ ເລືອກເປັນບ່ອນແຜ່ຂະຫຍາຍພັນ. 

ປະສົບການທ່ີໜ້າອັດສະຈັນ ເມື່ອມາຍັງ ຖ້ຳຣາຍ ຈະກາຍເປັນ ຄວາມຊົງຈໍາ ຍາກຈະລືມໄດ້​ ໃນຫົວໃຈ ຂອງ ນັກທ່ອງທ່ຽວ ແຕ່ ລະຄົນ ເມື່ອມາຍັງຜືນດິນ ນິງຖ້ວນ ທ່ີເຕັມໄປດ້ວຍ ແສງແດດ ແລະ ສາຍລົມ. 
 
ບົດ: ຫງວຽນລວນ - ພາບ: ເລມິນ, ທົງທ້ຽນ ແລະ ຫງວຽນລວນ

ຫໍພິພິທະພັນ ເຄື່ອງປັ້ນດິນເຜົາບູຮານແມ່ນ້ຳ ເຮືອງ: ບ່ອນປົກປັກຮັກສາ ບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກ ຂອງເມືອງ ເຫວ້

ຫໍພິພິທະພັນ ເຄື່ອງປັ້ນດິນເຜົາບູຮານແມ່ນ້ຳ ເຮືອງ: ບ່ອນປົກປັກຮັກສາ ບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກ ຂອງເມືອງ ເຫວ້

ຕັ້ງຢູ່ເຮືອນສວນບູຮານ ລານວຽນ (ເລກທີ 120, ຖະໜົນ     ຫງວຽນຟຸກ ງວຽນ, ນະຄອນ ເຫວ້), ຫໍພິພິທະພັນ ເຄື່ອງປັ້ນ ດິນເຜົາບູຮານແມ່ນ້ຳ ເຮືືອງ ຂອງ ທ່ານນາງ ສຈ.ປອ ຖ໋າຍກີມລານ ແມ່ນຫໍພິພິທະພັນ ພິເສດ ທ່ີໄດ້ຮວບຮວມ ແລະ ຈັດວາງ ສະແດງເຄື່ອງປັ້ນດິນເຜົາ ເກືອບ 5.000 ສິ້ນ ທີ່່ເປັນວັດຖຸບູ ຮານ ໄດ້ເອົາຂຶ້ນມາຈາກໃຕ້ພື້ນແມ່ນ້ຳ ເຮືອງ ມີມາແຕ່ສະໄໝ ຊາຮີ່ວນ (ກ່ອນໜ້ານີ້ປະມານ 2.500-3.000 ປີ). ນີ້ແມ່ນ ຫໍພິ ພິທະພັນ ເອກະຊົນ ແຫ່ງທຳອິດ ແລະ ໜຶ່ງດຽວຢູ່ ຫວຽດນາມ ທ່ີໄດ້ຈັດວາງສະແດງ ສະເພາະເຄື່ອງປັ້ນດິນເຜົາບູຮານ ທີ່ໄດ້ຄົ້ນພົບ ໃນແມ່ນ້ຳ ພຽງແຫ່ງດຽວ.

Top