• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕໍ່​ກຳ​ນົດ​ເວ​ລາ​ຄຳ​ສັ່​ງຢຸດ​ຍິງ​ລະ​ຫວ່າງ ​ອິດ​ສະ​ຣາ​ແອັນ ແລະ ລີ​ບັງ ຕື່ມ​ອີກ​ເວ​ລາ 3 ອາ​ທິດ

ທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຍັງ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ຕ້ອນ​ຮັບ​ທ່ານ Benjamin Netanyahu ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ແລະ ທ່ານ Joseph Aoun, ປະ​ທາ​ນາ​ທິ​ບໍ​ດີ ລີ​ບັງ ...
  ຜູ້​ຊາຍ​ຄົນ​ນຶ່ງ​ກວດ​ເບິ່ງ​ລົດ​ຂອງ​ຕົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຄັ້ງ​ກ່ອນ​ຂອງ​ອິດ​ສະ​ຣາ​ເອນ ໃນ​ລະ​ຫວ່າງ​ການ​ຢຸດ​ຍິງ​ລະ​ຫວ່າງ Hezbollah ແລະ Israel ໃນ​ຄຸ້ມ Hosh ຂອງ Tyre, ພາກ​ໃຕ້​ຂອງ​ເລ​ບາ​ນອນ ໃນ​ວັນ​ອາ​ທິດ 19 ເມ​ສາ 2026. ພາບ: AP/Bilal Hussein  

ວັນ​ທີ 23 ເມ​ສາ, ໃນ​ສື່​ສັງ​ຄົມ Truth Social, ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ​ຄຳ​ສັ່​ງຢຸດ​ຍິງ​ລະ​ຫວ່າງ ​ອິດ​ສະ​ຣາ​ແອັນ ແລະ ລີ​ບັງ ຈະ​ຖືກ​ຕໍ່​ກຳ​ນົດ​ເວ​ລາ​ຕື່ມ​ອີກ 3 ອາ​ທິດ. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ ​ພາຍຫຼັງ​ການ​ປະ​ຊຸມ​ທີີ່​ມີການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ JD Vance, ຮອງປະ​ທາ​ນາ​ທິ​ບໍ​ດີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ລີ​ບັງ ແລະ ອິດ​ສະ​ຣາ​ແອັນ ປະ​ຈຳ ອາ​ເມ​ລິ​ກາ. ຕາມ​ການ​ນຳ​ ອາ​ເມ​ລິ​ກາ ແລ້ວ, ການ​ພົບ​ປະ​ໄດ້​ດຳ​ເນີນ​ໄປ “ເປັນ​ຢ່າງ​ດີ​ທີ່​ສຸດ” ແລະ ອາ​ເມ​ລິ​ກາ ຈະ​ສົມ​ທົບ​ກັບ ລີ​ບັງ ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ປະ​ເທດນີ້ ປົກ​ປ້ອງ​ເອງ​ຕໍ່​ກຳ​ລັງ ເຮັກ​ໂບ​ລາ.

ທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຍັງ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ຕ້ອນ​ຮັບ​ທ່ານ Benjamin Netanyahu ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ແລະ ທ່ານ Joseph Aoun, ປະ​ທາ​ນາ​ທິ​ບໍ​ດີ ລີ​ບັງ ພ້ອມ​ທັງ​ພັນ​ລະ​ນາ​ວ່າ ນີ້​ຈະ​ແມ່ນ​ການ​ພົບ​ປະ​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ. ທ່ານ Donald Trump ຢືນ​ຢັນ​ວ່າ ຄວາມ​ສາ​ມາດ​ບັນ​ລຸ​ໄດ້​ສັນ​ຕິພາບ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ສູງ​ທີ່​ສຸດ ແລະ ນັ້ນ​ກໍ່​ບໍ່​ແມ່ນ​ສິ່ງ​ທີ່​ຍາກ​ປານ​ໃດ.

(ແຫຼ່ງຄັດຈາກ VOV)

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ເພື່ອ​ແນ​ໃສ​່​ສ້າງ​ໂຄງ​ປະ​ກອບ​ຂອງ​ໜ່ວຍ​ງານ​ເຄື່ອນ​ໄຫວ​ເຮືອ​ຫາ​ປາ, ຕິດ​ພັນ​ກັບ​ການ​ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ເປັນ​ປົກ​ກະ​ຕິ ແລະ ພັດ​ທະ​ນາ​ຂະ​ແໜງ​ສິນ​ໃນ​ນ້ຳ​ຕາມ​ທິດ​ຍືນ​ຍົງ, ແຂວງ ຢາ​ລາຍ ໄດ້​ສະ​ຫງວນ​ງົບ​ປະ​ມານກວ່າ 212 ຕື້​ດົ່ງ (ກວ່າ 8 ລ້ານ USD) ເພື່ອ​ໃຫ້ 16 ຕາ​ແສງ​ແຄມ​ທະ​ເລ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​​ໜູນ​ຊ່ວຍ​ຊາວ​ປະ​ສົງ​ທີ່ບໍ່​ມີ​ເງື່ອນ​ໄຂ​ເຄື່ອນ​ໄຫວ​ຢ່າງ​ພຽງ​ພໍ, ພ້ອມ​ທັງ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ.

Top