• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຕັ້ງໜ້າຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ດິນແດນລາວ

ຢູ່ທ່າມກາງພູຜາປ່າດົງອັນກວ້າງໃຫຍ່ໄພສານຂອງແຂວງຄໍາມ່ວນ (ລາວ), ບ່ອນທີ່ຮ່ອງຮອຍສົງຄາມຄ່ອຍໆສູນຫາຍໄປຕາມການເວລາ, ບັນດາພະນັກງານ, ພາລະກອນກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 589 (ກອງ 589), ພະແນກການເມືອງ, ກອງບັນຊາການທະຫານແຂວງກວາງຈິ ໄດ້ຕັ້ງໜ້າປະຕິບັດໜ້າທີ່ຊອກຫາ, ຂຸດຄົ້ນ ແລະເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ປະເທດເພື່ອນ ກັບຄືນປະເທດຊາດ.

ລະດູແລ້ງໃນແຕ່ລະປີແມ່ນການເດີນທາງທີ່ປະສົບກັບຄວາມຫຍຸ້ງຍາກລໍາບາກ, ສິ່ງທ້າທາຍຕໍ່ກັບບັນດາກົມກອງຊອກຫາ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ດິນແດນລາວ. ໃນລະດູແລ້ງປີ 2025-2026, ໄດ້ສ້າງຂີດໝາຍຢ່າງເລິກເຊິ່ງທີ່ສຸດຕໍ່ກັບພະນັກງານ, ພາລະກອນກອງ 589 ນັ້ນແມ່ນເວລາໃນການຊອກຫາອັດຖິແກ່ຍາວເກືອບ 2 ເດືອນ ຢູ່ຖ້ຳກະເຕາະ, ສັງກັດບ້ານກະເຕາະ, ເມືອງບົວລະພາ, ແຂວງຄໍາມ່ວນ.

ຂຸດຂຸມເລິກ, ເຄື່ອນຍ້າຍຫີນ ເພື່ອຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ

ຕາມທ່ານພັນເອກ ຫງວຽນແທັງບິ່ງ, ຫົວໜ້າກອງ 589 ແລ້ວ, ຈາກແຫຼ່ງຂ່າວທີ່ຊາວທ້ອງຖິ່ນສະໜອງໃຫ້ກ່ຽວກັບເລື່ອງເຂດຖ້ຳກະເຕາະ ເຄີຍແມ່ນບ່ອນຕໍ່ສູ້, ຕັ້ງທັບຂອງທະຫານຫວຽດນາມ ໃນໄລຍະສົງຄາມ, ກົມກອງ ໄດ້ຈັດສົ່ງກຳລັງດຳເນີນການສຳຫຼວດພື້ນທີ່ຕົວຈິງ. ໃນຊຸມວັນທຳອິດ, ວຽກງານປະສົບກັບຄວາມຫຍຸ້ງຍາກຫຼາຍເພາະວ່າຖໍ້າຢູ່ເລິກໃນເຂດພູຫີນທຸລະກັນດານ, ຫຼາຍບ່ອນຖືກເຊາະເຈື່ອນ, ຖືກທັບຖົມເປັນເວລາຫຼາຍປີແລ້ວ.

ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 589 ດຳເນີນການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດຖ້ຳກະເຕາະ, ບ້ານກະເຕາະ, ເມືອງບົວລະພາ, ແຂວງຄໍາມ່ວນ. ພາບ: ຮວ່າງຈູງ
ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 589 ພ້ອມກັບພະນັກງານກອງບັນຊາການທະຫານແຂວງຄໍາມ່ວນ ຖະຫວາຍທູບທຽນອາໄລຫາ ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: ຮວ່າງຈູງ

ພາຍຫຼັງດຳເນີນການສຳຫຼວດເປັນເວລາເຄິ່ງເດືອນ, ກຳລັງທ້ອນໂຮມ ພົບເຫັນໂຄງກະດູກທຳອິດ ແລະຂຸດຄົ້ນ ໄດ້ 2 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດປາກຖໍ້າ. ຈາກໝາກຜົນເບື້ອງຕົ້ນ, ກົມກອງໃຫ້ຂໍ້ສັງເກດວ່າ ອາດຈະມີອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດອື່ນຢູ່ເລິກໃນຖໍ້າ, ສະນັ້ນຈຶ່ງສືບຕໍ່ເປີດກວ້າງຂອບເຂດການຊອກຫາ.

ການເດີນທາງໄປຊອກຫາອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ໃນໄລຍະນີ້ຍິ່ງປະສົບກັບຄວາມຫຍຸ້ງຍາກກວ່າ. ເພື່ອໃຫ້ເຂົ້າໄປເຖິງບ່ອນທີ່ສົງໄສ, ພະນັກງານ, ພາລະກອນກົມກອງຕ້ອງນຳໃຊ້ເຫຼັກສະແລ່ງ, ຈົກ, ຊວ້ານ ເພື່ອຍ້າຍແຜ່ນຫີນຂະໜາດນ້ອຍ. ກ້ອນຫີນຂະໜາດໃຫຍ່ທີ່ບໍ່ສາມາດເອົາອອກໄດ້, ອ້າຍນ້ອງຕ້ອງໄດ້ຂຸດຂຸມເລິກ ຈຶ່ງກີ້ງກ້ອນຫີນລົງເພື່ອສືບຕໍ່ດຳເນີນການຊອກຫາ. ພາຍໃຕ້ແສງແດດກ້າຂອງປະເທດເພື່ອນລາວ, ໃນເງື່ອນໄຂຂາດນ້ຳສະອາດ, ໜັງຕີນມືຂອງພະນັກງານ, ພາລະກອນຫຼາຍຄົນເປີກເປັນບາດແຜ, ໝົດແຮງແຕ່ກໍ່ບໍ່ທໍ້ຖອຍໃຈ.

ພາຍຫຼັງດຳເນີນການຊອກຫາເປັນເວລາເກືອບ 2 ເດືອນ, ກົມກອງສືບຕໍ່ພົບເຫັນ 3 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໃນຖໍ້າຕື່ມອີກ. ຢູ່ໃນຖໍ້າກະເຕາະ, ກອງ 589 ຂຸດຄົ້ນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ທັງໝົດ 5 ອັດຖິ. ທ່ານພັນໂທ ຫງວຽນດິ່ງຈູງ, ຫົວໜ້າກອງ 589 ແບ່ງປັນວ່າ: “ຂັ້ນຕອນການໄປຊອກຫາປະສົບກັບຄວາມລຳບາກຫຼາຍ, ບາງຄັ້ງຄິດວ່າ ບໍ່ສາມາດສືບຕໍ່ໄດ້. ແຕ່ວ່າເມື່ອພົບເຫັນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແລ້ວ, ຄວາມຫຍຸ້ງຍາກ, ຄວາມອິດເມື່ອຍຫາຍໄປໃສໝົດກໍ່ບໍ່ຮູ້. ອ້າຍນ້ອງ ໃນກອງຍິ່ງຕັດສິນໃຈເປີດກວ້າງຂອບເຂດການຊອກຫາ, ແກ້ໄຂທຸກອຸປະສັກກີດຂວາງ ເພື່ອບໍ່ໃຫ້ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຕົກຫຼົ່ນ.

ຄວາມຜູກພັນຮັກໄຄ່ຢູ່ດິນແດນປະເທດເພື່ອນ

ລະດູແລ້ງປີ 2025-2026, ກອງ 589 ປະຕິບັດໜ້າທີ່ຢູ່ບໍລິເວນ 4 ເມືອງ ມີ 276 ບ້ານ ຂຶ້ນກັບບໍລິເວນແຂວງຄຳມ່ວນ. ບໍລິເວນກວ້າງຂວາງ, ຫຼາຍເຂດຢູ່ເລິກໃນພູຜາປ່າໄມ້ດົງດິບ, ການສັນຈອນມີຄວາມຫຍຸ້ງຍາກ, ອາກາດຮ້າຍແຮງ. ເພື່ອຍົກສູງປະສິດທິຜົນໜ້າທີ່, ກົມກອງໄດ້ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນກັບຄະນະປະຕິບັດງານພິເສດຂອງແຂວງຄໍາມ່ວນ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະບັນດາກຳລັງກ່ຽວຂ້ອງຂອງປະເທດເພື່ອນໃນການກວດກາຄືນ, ຢັ້ງຢືນແຫຼ່ງຂໍ້ມູນ. ລະດູແລ້ງຜ່ານມາ, ກົມກອງໄດ້ດຳເນີນການສຳຫຼວດ, ຢັ້ງຢືນ 10 ແຫຼ່ງຂໍ້ມູນຕື່ມອີກ ມີ 15 ຈຸດທີ່ຖືກສົງໄສວ່າ ມີຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ, ສ້າງພື້ນຖານສຳຄັນໃຫ້ແກ່ວຽກງານຊອກຫາໃນຊຸມປີຕໍ່ໄປ.

ທ່ານພັນເອກ ຫງວຽນແທັງບິ່ງ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ຍາມໃດກໍ່ກຳນົດວ່ານີ້ບໍ່ພຽງແຕ່ແມ່ນໜ້າທີ່ການເມືອງພິເສດເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບ ແລະສິນທຳຂອງຄົນຮຸ່ນປະຈຸບັນຕໍ່ກັບຜູ້ທີ່ເສຍສະຫຼະຊີວິດ ເພື່ອເອກະລາດ ແລະພັນທະສາກົນອັນສູງສົ່ງ. ສະນັ້ນ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກແນວໃດກໍ່ຕາມ, ແຕ່ພະນັກງານ, ພາລະກອນກົມກອງກໍ່ຕັດສິນໃຈນຳເອົາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ກັບຄືນບ້ານເກີດເມືອງນອນ, ຄອບຄົວ”.

ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 589 ມອບຂອງຂວັນໃຫ້ແກ່ປະຊາຊົນແຂວງຄຳມ່ວນ. ພາບ: ຮວ່າງຈູງ
ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 589 ມອບຂອງຂວັນໃຫ້ແກ່ປະຊາຊົນແຂວງຄຳມ່ວນ. ພາບ: ຮວ່າງຈູງ

ພ້ອມກັບໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ກົມກອງ ຍາມໃດກໍ່ເອົາໃຈໃສ່ວຽກງານຂົນຂວາຍປະຊາຊົນ, ພົວພັນຕ່າງປະເທດດ້ານການທະຫານ ແລະການທູດປະຊາຊົນ. ໃນລະດູແລ້ງປີ 2025-2026, ກອງ 589 ໄດ້ສົມທົບການມອບຂອງຂວັນ, ເຄື່ອງໃຊ້ປະຈຳວັນ, ຢາ ແລະໜູນຊ່ວຍຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນແຂວງຄໍາມ່ວນ ດ້ວຍຍອດມູນຄ່າທັງໝົດກວ່າ 358 ລ້ານດົ່ງ; ກວດພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ, ແຈກຢາຍຢຸກຢາໃຫ້ແກ່ປະຊາຊົນໂດຍບໍ່ເກັບຄ່າດ້ວຍຈຳນວນ 265 ເທື່ອຄົນ.

ຕາມທ່ານພັນໂທ ເຈິ່ນວັນຮວ່າງ, ຜູ້ຊ່ວຍວຽກການເມືອງ ກອງ 589 ແລ້ວ, ວຽກງານຂົນຂວາຍປະຊາຊົນແມ່ນໜຶ່ງໃນບັນດາປັດໄຈສຳຄັນປະກອບສ່ວນຍົກສູງປະສິດທິຜົນວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ທ່ານພັນໂທ ເຈິ່ນວັນຮວ່າງ ແບ່ງປັນວ່າ: “ຜ່ານພຶດຕິກຳຕົວຈິງໃນຫຼາຍປີທີ່ປະຕິບັດໜ້າທີ່ຢູ່ປະເທດລາວ, ພວກຂ້າພະເຈົ້າ ຮັບຮູ້ວ່າ ແຕ່ລະຂໍ້ມູນກ່ຽວກັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ລ້ວນແຕ່ຕິດພັນກັບການຊ່ວຍເຫຼືອຂອງປະຊາຊົນທ້ອງຖິ່ນ. ເມື່ອພໍ່ແມ່ປະຊາຊົນຮັກແພງທະຫານຫວຽດນາມ, ເຂົາເຈົ້າ ພ້ອມແລ້ວທີ່ຈະສະໜອງຂໍ້ມູນ, ນຳພາທາງ ແລະຮ່ວມເດີນທາງໄປພ້ອມກັບກົມກອງໃນການໄປຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ”.

ໃນຕະຫຼອດເວລາທີ່ປະຕິບັດໜ້າທີ່, ກອງ 589 ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຈາກຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ ແລະປະຊາຊົນແຂວງຄຳມ່ວນ. ປະຊາຊົນທ້ອງຖິ່ນຫຼາຍຄົນ ໄດ້ເປັນເຈົ້າການສະໜອງຂໍ້ມູນ, ນຳພາທາງໃຫ້ທະຫານຫວຽດນາມ ໄປຮອດຈຸດທີ່ສົງໄສວ່າມີອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ການຮ່ວມເດີນທາງດັ່ງກ່າວບໍ່ພຽງແຕ່ປະກອບສ່ວນຍົກສູງປະສິດທິຜົນວຽກງານທ້ອນໂຮມເທົ່ານັ້ນ ຫາກຍັງແມ່ນພະຍານຫຼັກຖານທີ່ມີຊີວິດຊີວາ ສຳລັບການພົວພັນສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ.

ທ່ານພັນເອກ ພັນມະຫາ ຈູມມາລີ, ຮອງຫົວໜ້າການເມືອງ ທັງເປັນຫົວໜ້າຄະນະເລຂາຄະນະປະຕິບັດງານພິເສດ ແຂວງຄຳມ່ວນ ຢືນຢັນວ່າ ການສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ແມ່ນຄວາມຮັບຜິດຊອບ ແລະນ້ຳໃຈຂອງອຳນາດການປົກຄອງ, ກຳລັງປະກອບອາວຸດ ແລະປະຊາຊົນແຂວງຄຳມ່ວນ ຕໍ່ກັບລູກຫຼານຜູ້ປະເສີດຂອງຫວຽດນາມ ທີ່ໄດ້ຕໍ່ສູ້, ເສຍສະຫຼະຊີວິດຢູ່ປະເທດລາວ; ພ້ອມທັງປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ໃຫ້ນັບມື້ນັບໝັ້ນແກ່ນຍິ່ງໆຂຶ້ນ.

(ແຫຼ່ງຄັດຈາກ qdnd.vn)

ມະຕິເລກທີ 80 - ປົດປ່ອຍພະລັງອ່ອນ ຈາກ ການເຊື່ອມໂຍງ ດ້ານວັດທະນະທຳ

ມະຕິເລກທີ 80 - ປົດປ່ອຍພະລັງອ່ອນ ຈາກ ການເຊື່ອມໂຍງ ດ້ານວັດທະນະທຳ

ປະເທດຊາດກຳລັງ ກ້າວເຂົ້າສູ່ ຍຸກສະໄໝ ແຫ່ງການ ພັດທະນາໃໝ່, ເຊິ່ງໄດ້ວາງອອກ ຄວາມຮຽກຮ້ອງຕ້ອງການ ອັນຮີບດ່ວນ ໃນການເສີມຂະຫຍາຍບົດບາດ ຂອງ ວັດທະນະທຳ ໃຫ້ແຂງແຮງຍິ່ງຂຶ້ນ ໃນຍຸດທະສາດ ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ໃນວັນທີ 7 ມັງກອນ 2026, ກົມການເມືອງ ໄດ້ປະກາດໃຊ້ ມະຕິເລກທີ 80 -NQ/TW ກ່ຽວກັບການພັດທະນາ ວັດທະນະທຳ ຫວຽດນາມ, ໂດຍຢືນຢັນຢ່າງຈະແຈ້ງວ່າ: ການລົງທຶນ ໃຫ້ແກ່ວັດທະນະທຳ ກໍ່ຄືການລົງທຶນ ໃຫ້ແກ່ ອະນາຄົດ ຂອງຊາດ.

Top