• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕອບສະໜອງເດືອນຈຸດສຸມ "ເພື່ອຄົນທຸກຍາກ" ປີ 2026

ທີ່ພິທີ, ມີອົງການຈັດຕັ້ງ, ວິສາຫະກິດ ແລະ ຜູ້ໃຈບຸນໃຈກູ້ສົນ 30 ແຫ່ງ ໄດ້ລົງທະບຽນບໍລິຈາກຈຳນວນເງິນກວ່າ 366 ຕື້ດົ່ງ (ກວ່າ 14 ລ້ານ USD) ເພື່ອຕອບສະໜອງເດືອນຈຸດສຸມ "ເພື່ອຄົນທຸກຍາກ" ປີ 2026.
  ທ່ານນາງ ບຸ່ຍທິມິງຮວ່າຍ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ. (ພາບ: VNA)  

ເດືອນ​ຈຸດ​ສຸມ "ເພື່ອຄົນທຸກຍາກ" ປີ 2026 ​ດ້ວຍຫົວຂໍ້ "ຄວາມ​ມາ​ຫາສາມັກຄີ - ແຜ່​ກະ​ຈາຍນ້ຳໃຈ​ຂອງຊາດ, ນ້ຳ​ໃຈ​ພໍ່​ແມ່​ປ​ປະ​ຊາ​ຊົນ" ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ພ້ອມ​ດຽວ​ກັບ​ໃນ​ຂອ​ບ​ເຂດທົ່ວປະເທດ ແຕ່ວັນທີ 17 ຕຸລາ ຫາ 18 ພະຈິກ.

ທີ່ພິທີ​ປຸກ​ລະ​ດົມເດືອນ​ຈຸດ​ສຸມ “ເພື່ອຄົນທຸກຍາກ” ປີ 2026 ທີ່ຈັດຂຶ້ນໃນ​ຕອນ​ຄ່ຳວັນທີ 17 ຕຸລາ, ທີ່ ຮ່າໂນ້ຍ, ທ່ານນາງ ບຸ່ຍທິມິງຮວ່າຍ, ປະທານ​ຄະ​ນະ​ກຳ​ມະ​ການສູນ​ກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເນັ້ນໜັກວ່າ ພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເປັນພິເສດຕໍ່ການເບິ່ງ​ແຍງດູແລຊີວິດ​ຂອງ​ປະ​ຊາ​ຊົນ, ຮັບປະກັນຄວາມກ້າວໜ້າ, ຄວາມຍຸຕິທຳໃນ​ສັງ​ຄົມ, ໂດຍສະເພາະແມ່ນສຳລັບ​ຜູ້ທຸກຍາກ, ຜູ້ມີຄວາມສ່ຽງ​ສູງ, ເພື່ອບໍ່ໃຫ້ໃຜຖືກປະໄວ້​ຢູ່ທາງຫຼັງ.

ເພື່ອສືບຕໍ່ເສີມຂະ​ຫຍາຍ​ບັນ​ດາຜົນສຳເລັດ​ທີ່​ບັນ​ລຸ​ໄດ້, ທ່ານນາງ ບຸຍທິມິງຮວ່າຍ ໄດ້ສະເໜີວ່າ:

“ເນື່ອງໃນໂອກາດເດືອນ​ຈຸດ​ສຸມ "ເພື່ອຄົນທຸກຍາກ" ປີ 2026, ​ໂດຍຕາງໜ້າໃຫ້ພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາອົງການ, ວິສາຫະກິດ, ຜູ້ໃຈບຸນໃຈ​ກູ​້​ສົນ, ​ພໍ່​ແມ່​ປະ​ຊາ​ຊົນຊາວ ຫວຽດ​ນາມ ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງປະເທດສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ອຸ້ມ​ຊູຊ່ວຍເຫຼືອເຊິ່ງກັນແລະກັນ, ຜ່ານ​ບັນ​ດາ​ວຽກ​ງານແທດ​ຈິງ, ພ້ອມ​ກັບ​ຮ່ວມ​ແຮງ​ຮ່ວມ​ໃຈ​ເບິ່ງ​ແຍງດູແລ, ໜູນ​ຊ່ວຍຜູ້ທຸກຍາກ ແລະ ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ.”

ທີ່ພິທີ, ມີອົງການຈັດຕັ້ງ, ​ວິ​ສາ​ຫະ​ກິດ ແລະ ຜູ້ໃຈບຸນ​ໃຈ​ກູ້​ສົນ 30 ແຫ່ງ ໄດ້ລົງທະບຽນບໍລິຈາກ​ຈຳ​ນວນເງິນກວ່າ 366 ຕື້ດົ່ງ (ກວ່າ 14 ລ້ານ USD) ເພື່ອ​ຕອບ​ສະ​ໜອງເດືອນ​ຈຸດ​ສຸມ "ເພື່ອຄົນທຸກຍາກ" ປີ 2026.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ Liechtenstein ເຫັນດີຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມ ແລະ Liechtenstein ເຫັນດີຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຕີລາຄາວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງນາຍົກລັດຖະມົນຕີ Brigitte Haas ພ້ອມກັບການລົງນາມໃນສັນຍາສອງສະບັບ

Top